ປະທານປະເທດ ຫວໍວັນເຖືອງ ໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

(VOVWORLD) - ໃນໄລຍະຢ້ຽມຢາມລາວຢ່າງເປັນທາງການເປັນເວລາ 2 ວັນນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີຕ້ອນຮັບເປັນທາງການ, ເຈລະຈາ ແລະ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ.
 
ປະທານປະເທດ ຫວໍວັນເຖືອງ ໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ - ảnh 1ການຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຢູ່ສະໜາມບິນສາກົນ ວັດໄຕ
(ພາບ:VOV)

ຕອນເຊົ້າວັນທີ 10 ເມສາ, ເຮືອບິນພິເສດໂດຍສານທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ລົງຈອດສະໜາມບິນສາກົນ ວັດໄຕ, ນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

        ໂດຍມີໜ້າຢູ່ສະໜາມບິນຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນຜູ້ແທນຂັ້ນສູງ ຫວຽດນາມ ມີທ່ານນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ; ທ່ານ ອາດສະພານທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ; ທ່ານ ທອງຜ່ານ ສະຫວັນເພັດ; ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

        ຄາດວ່າ, ໃນໄລຍະຢ້ຽມຢາມລາວຢ່າງເປັນທາງການເປັນເວລາ 2 ວັນນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີຕ້ອນຮັບເປັນທາງການ, ເຈລະຈາ ແລະ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ພົບປະກັບນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດລາວ; ຕ້ອນຮັບປະທານສູນກາງແນວລາວສ້າງຊາດ; ຕ້ອນຮັບປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ; ເຂົ້າຮ່ວມງານລ້ຽງຕ້ອນຮັບທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ; ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ.

  ການຢ້ຽມຢາມ ລາວ ຂອງທ່ານປະທານປະເທດ ຫວໍວັນເຖືອງ ເປັນການຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ ເຊິ່ງຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງສຸດໃຫ້ແກ່ການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ແລ້ວ, ເລື່ອງການນຳຂັ້ນສູງຂອງສອງປະເທດ ເລືອກເອົາປະເທດຂອງກັນແມ່ນປະເທດທຳອິດ ເພື່ອໄປຢ້ຽມຢາມ ພາຍຫຼັງຮັບດຳລົງຕຳແໜ່ງນັ້ນ ໄດ້ກາຍເປັນປະເພນີອັນດີງາມ. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ:

        “ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ປຶກສາຫາລືກັບບັນດາການນຳຂອງລາວ ກ່ຽວກັບມາດຕະການຕ່າງໆ ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ ແລະ ການຮ່ວມມືຮອບດ້ານມີປະສິດທິຜົນກວ່າເກົ່າ. ພ້ອມດຽວກັນນັ້ນ, ການນຳສອງປະເທດກໍຈະປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈລວມ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ຮ່ວມມືກັນຢ່າງມີປະສິດທິຜົນບົນເວທີສາກົນ ແລະ ພາກພື້ນ. ການຢ້ຽມຢາມຈະບັນລຸໄດ້ຜົນສຳເລັດ ແລະ ຄວາມໝາຍທີ່ດີງາມຫຼາຍຢ່າງ, ປະກອບສ່ວນນຳການພົວພັນລະຫວ່າງ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ”.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ