ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 2022

(VOVWORLD) -ມາຮອດປະຈຸບັນ, ມີການນຳຂັ້ນສູງ 15 ປະເທດຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ຢັ້ງຢືນຮັບຄຳເຊື້ອເຊີນເຂົ້າຮ່ວມໃນລະຫວ່າງວັນທີ 18-19 ພະຈິກ.
ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 2022 - ảnh 1ໂຄສົກລັດຖະບານ ໄທ ອະນຸຈາ ບູຣະພະໄຈສີ
(ພາບ: ThaiGov)

        ວັນທີ 08 ພະຈິກ, ໂຄສົກລັດຖະບານ ໄທ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ: ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ; ທ່ານປະທານປະເທດ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ອາຣັບບີຊະອຸດີ, ຈະໄປຢ້ຽມຢາມປະເທດ ໄທ ຢ່າງເປັນທາງການ ເນື່ອງໃນໂອກາດສັບປະດາສຸດຍອດ ເວທີປາໄວຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2022) ເຊິ່ງດຳເນີນໃນລະຫວ່າງວັນທີ 18-19 ພະຈິກ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ປຣຸດ ຈັນໂອຊາ ຈັດການເຈລະຈາກັບການນຳ 3 ປະເທດດັ່ງກ່າວ ເພື່ອປຶກສາຫາລືມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ.

        ກ່ຽວຂ້ອງເຖິງສັບປະດາສຸດຍອດ APEC, ທ່ານ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ມີການນຳຂັ້ນສູງ 15 ປະເທດຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ຢັ້ງຢືນຮັບຄຳເຊື້ອເຊີນເຂົ້າຮ່ວມໃນລະຫວ່າງວັນທີ 18-19 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ