ປ​ະ​ທານ​ປ​ະ​ເທດ ຫວ​ຽດ​ນາມ: ຮ່າ​ຢ່າງ​ຕ້ອງ​ສ​ືບ​ຕໍ່​ຊອກ​ຫາຮູບ​ແບບ ແລະ ກຳ​ລັງ​ໜູນ​ການ​ເຕ​ີບ​ໂຕ​ເສດ​ຖະ​ກິດ​ໃໝ່

(VOVWORLD) -ຕອນເຊົ້າວັນທີ 8 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ຮ່າຢ່າງ ຄົບຮອບ 130 ປີ (20/8/1891 – 20/8/2021), 30 ປີ ແຫ່ງວັນສ້າງຕັ້ງແຂວງຄື້ນໃໝ່ ແລະ 60 ປີ ແຫ່ງວັນປະທານ ໂຮຈີມິນ ມາຢ້ຽມຢາມ ຮ່າຢ່າງ. 
ປ​ະ​ທານ​ປ​ະ​ເທດ ຫວ​ຽດ​ນາມ: ຮ່າ​ຢ່າງ​ຕ້ອງ​ສ​ືບ​ຕໍ່​ຊອກ​ຫາຮູບ​ແບບ ແລະ ກຳ​ລັງ​ໜູນ​ການ​ເຕ​ີບ​ໂຕ​ເສດ​ຖະ​ກິດ​ໃໝ່ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

  ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ລື້ມຄືນບັນດາເປົ້າໝາຍພັດທະນາທີ່ ຮ່າຢ່າງ ໄດ້ວາງອອກຄື: ສ້າງ ຮ່າຢ່າງ ໃຫ້ເປັນແຂວງພັດທະນາດ້ານການທ່ອງທ່ຽວ, ການຄ້າ, ການບໍລິການ ແລະ ກະສິກຳ ສິນຄ້າທີ່ເປັນເອກະລັກ; ຮອດປີ 2030 ໃຫ້ເປັນແຂວງທີ່ມີພື້ນຖານເສດຖະກິດ - ສັງຄົມພັດທະນາຢ່າງດີໃນເຂດພູດອຍທາງເໜືອ ຫວຽດນາມ; ຮອດປີ 2045 ເປັນແຂວງທີ່ ມີພື້ນຖານເສດຖະກິດ - ສັງຄົມພັດທະນາຢ່າງດີພໍສົມຄວນໃນທົວປະເທດ. ທ່ານປະທານປະເທດປາດຖະໜາຢາກໃຫ້ແຂວງ ຮ່າຢ່າງ ສູ້ຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພັດທະນາເສດຖະກິດ - ສັງຄົມ.

        ຢາກມີພື້ນຖານເສດຖະກິດທີ່ພັດທະນາ, ກ່ອນອື່ນໝົດກຳລັງຄວາມສາມາດຂອງຖັນແຖວພະນັກງານ, ລັດຖະກອນຕ້ອງໄດ້ຍົກສູງຂຶ້ນ. ສອງແມ່ນ, ສຳລັບແຂວງທີ່ມີເງື່ອນໄຂພິເສດຄື ຮ່າຢ່າງ, ຂັ້ນນະໂຍບາຍສັງຄົມມີບົດບາດສຳຄັນທີ່ສຸດ. ສະນັ້ນ, ທາງແຂວງຕ້ອງມີບັນດານະໂຍບາຍໜູນຊ່ວຍຊີວິດສັງຄົມ, ປະຕິບັດນະໂຍບາຍຫຼູດພົ້ນຄວາມທຸກຍາກ, ເພີ່ມທະວີການລົງທຶນໃຫ້ການສຶກສາ, ເບິ່ງແຍງສຸຂະພາບ, ສະໜອງສະຫວັດດີການໃຫ້ປະຊາຊົນໃຫ້ດີທີ່ສຸດ.

        ໃນຕອນເຊົ້າວັນດຽວກັນ, ທ່ານປະທານ ຫງວຽນຊວັນຟຸກ ໄດ້ໄປຈຸດທູບໃຕ້ທຽນອາໄລຫາບັນດາວິລະຊົນທີ່ເສຍສະຫຼະຊີວິດຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດແຫ່ງຊາດ ວິຊວຽນ; ວາງພວງມາລາຢູ່ອະນຸສາວະລີທ່ານປະທານ ໂຮຈີມິນ ຢູ່ສຳນັກງານຄະນະພັກແຂວງ ຮ່າຢ່າງ.

ຫຼັງຈາກນັ້ນ, ຕອນບ່າຍວັນໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄອບຄົວຜູ້ມີຄຸນງາມຄວາມດີ, ນັກຮົບເກົ່າຜູ້ທຸກຍາກ, ຄອບຄົວທຸກຍາກໃນບໍລິເວນຕາແສງ ຫວຽດວິງ, ເມືອງ ບັກກວາງ, ແຂວງ ຮ່າຢາງ; ຢ້ຽມຢາມ ແລະ ເຮັດວຽກກັບ ຕຳຫຼວດແຂວງ ຮ່າຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ