ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເຈລະຈາກັບ
ທ່ານປະທານາທິບໍດີ Madagascar ເຮຣີ ຣາຢາວນາຣີມາມປີອານີອາ |
(vovworld)- ຕອນບ່າຍວັນທີ 25/11, ຕາມເວລາທ້ອງຖິ່ນ, ຢູ່ Antananarivo, Madagascar, ທ່ານປະທານາທິບໍດີ Madagascar ເຮຣີ ຣາຢາວນາຣີມາມປີອານີອາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເນື່ອງໃນໂອກາດມາຮ່ວມ ກອງປະຊຸມສຸດຍອດບັນດາປະເທດໃຊ້ພາສາຝະລັ່ງຄັ້ງທີ 16. ພາຍຫຼັງພິທີຕ້ອນຮັບ, ການນຳ ທັງ 2 ໄດ້ມີການເຈລະຈາ. ທ່ານປະທານາທິບໍດີ Madagascar ເຮຣີ ຣາຢາວນາຣີມາມປີອານີອາ ເນັ້ນໜັກວ່າ ການຢ້ຽມຢາມຂອງ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງຄັ້ງນີ້ ແມ່ນມີຄວາມໝາຍສຳຄັນທີ່ສຸດ ຂະນະທີ່ເປັນຄັ້ງທຳອິດທີ່ມີປະທານປະເທດຄົນທຳອິດຂອງຫວຽດນາມມາຢ້ຽມຢາມ Madagascar.
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງຢືນຢັນວ່າ ຫວຽດນາມພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບ Madagascar ໃນບັນດາຂົງເຂດຊຶ່ງຫວຽດນາມມີທ່າແຮງ ແລະ Madagascar ມີຄວາມຕ້ອງການ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຫວັງວ່າ 2 ຝ່າຍເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນເພື່ອນຳການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ, ສະເໜີ Madagascar ສ້າງເງື່ອນໄຂເພື່ອໃຫ້ກຸ່ມບໍລິສັດໂທລະຄົມກອງທັບ ຫວຽດແທວ ຂອງຫວຽດນາມເຂົ້າລົງທຶນດຳເນີນທຸລະກິດໃນຂົງເຂດໂທລະຄົມຢູ່ປະເທດນີ້.
ການນຳທັງ 2 ຍັງແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ. 2 ຝ່າຍເຫັນດີເຊີດຊູຈິດໃຈເຄົາລົບກົດໝາຍ ແລະ ຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ສິ້ນສຸດການເຈລະຈາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ Madagascar ເຮຣີ ຣາຢາວນາຣີມາມປີອານີອາ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຄ້າຂາຍເຂົ້າສານລະຫວ່າງຫວຽດນາມ ແລະ Madagascar.