ປະທານປະເທດ ເຈີນດ້າຍກວາງ ເຈລະຈາທາງໂທລະສັບກັບປະທານາທິບໍດີ Donald Trump
(VOVWORLD) - ວັນທີ 14 ກຸມພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການເຈລະຈາທາງໂທລະສັບກັບປະທານາທິບໍດີ ອາເມລິກາ Donald Trump .
ປະທານປະເທດ ເຈີນດ້າຍກວາງ ເຈລະຈາທາງໂທລະສັບ
ກັບປະທານາທິບໍດີ Donald Trump
|
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດທີ່ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 25 ຂອງປະທານາທິບໍດີ ອາເມລິກາ Donald Trump ໄດ້ເປັນຂີດໝາຍສຳຄັນ, ສ້າງກຳລັງໜູນແຂງແຮງໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບອາເມລິກາ ແລະ ຈະຕັ້ງໜ້າຮ່ວມມືພ້ອມກັບອາເມລິກາເພື່ອນຳການພົວພັນລະຫວ່າງ 2 ປະເທດສືບຕໍ່ບັນລຸບັນດາບາດກ້າວເດີນໃໝ່.
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແລກປ່ຽນລະອຽດກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນລະຫວ່າງ 2 ປະເທດ, ເລັ່ງໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ປະເທດ, ສືບຕໍໍ່ໃຫ້ບຸລິມະສິດຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ຖືວ່າ ນີ້ແມ່ນຈຸດໃຈກາງ ແລະ ກຳລັງຫນູນເພື່ອພັດທະນາການພົວພັນ 2 ຝ່າຍ.
ສ່ວນ ປະທານາທິບໍດີ ອາເມລິກາ Donald Trump ກໍໄດ້ສົ່ງຄຳອວຍພອນປີໃໝ່ປີຈໍ 2018 ເຖິງການນຳ ແລະ ປະຊາຊົນຫວຽດນາມ. ປະທານາທິບໍດີ ອາເມລິກາ Donald Trump ຢືນຢັນວ່າ ອາເມລິກາຖືເປັນສຳຄັນການພົວພັນ ແລະ ບົດບາດອັນຕັ້ງໜ້າຂອງຫວຽດນາມໃນພາກພື້ນ ແລະ ຈະສືບຕໍ່ຮ່ວມມືກັບຫວຽດນາມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃຫ້ພັດທະນາຍິ່ງກວ່າອີກໃນໄລຍະທີ່ຈະມາເຖິງ.