ປະທານປະເທດ ເຈິນດ້າຍກວາງຕ້ອນຮັບລັດຖະມນຕີກະຊວງຕຳຫຼວດຈີນ


ປະທານປະເທດ ເຈິນດ້າຍກວາງຕ້ອນຮັບລັດຖະມນຕີກະຊວງຕຳຫຼວດຈີນ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງ ໄດ້​ໃຫ້​ການ​ຕ​້ອນ​ຮັບ​ລັດ​ຖະ​ມນ​ຕີ​ກະ​ຊວງ​ຕຳຫຼວດ​ຈີນ ກົວ​ຈິງ​ຄຸນ


(vovworld)- ຕອນ​ເຊົ້າ​ວັນ​ທີ 24/9, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງ ໄດ້​ໃຫ້​ການ​ຕ​້ອນ​ຮັບ​ລັດ​ຖະ​ມນ​ຕີ​ກະ​ຊວງ​ຕຳຫຼວດ​ຈີນ ກົວ​ຈິງ​ຄຸນ, ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງໄດ້​ຕີ​ລາ​ຄາ​ສູງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ກະ​ຊວງ​ຕຳຫຼວດ​ຂອງ 2 ປະ​ເທດ​ໄດ້​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ການ​ສົ​ມ​ທົບ​ກັນ​ຕໍ່​ສູ້​ຕ້ານ​ອາດ​ສະ​ຍາ​ກຳ​ຕ່າງໆ. ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງ ສະ​ເໜີ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ກະ​ຊວງ​ຕຳຫຼວດ 2 ປະ​ເທດ​ຄວນ​ປະ​ຕິ​ບັດ​ບັນ​ດາ​ຖະ​ແຫຼງ​ການ, ສັນ​ຍາ, ຂໍ້​ຕົກ​ລົງ, ກົນ​ໄກ​ຮ່ວມ​ມື​ໂດຍ​ການ​ນຳ 2 ພັກ, 2 ລັດ​ໄດ້​ເປັນ​ເອ​ກະ​ພາບ​ກັ​ນ. ຜ່ານນັ້ນ ກໍ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ແກ້​ໄຂ​ກໍ​ລະ​ນີ​ເກີດ​ໃໝ່​ຢູ່​ເຂດ​ຊາຍ​ແດນ ທັງ​ນີ້​ກໍ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ຈີນ.

ຂ່າວ/ບົດ​ອື່ນ