ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຢີ ອັງໂກລາ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຢີ ອັງໂກລາ  - ảnh 1
ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຢີ ອັງໂກລາ
(ພາບ: Nguyễn Khang/TTXVN)

(​vovworld) – ຕອນ​ບ່າຍ​ວັນ​ທີ 30/10, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທ​ດ​ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້​ການຕ້ອນຮັບ​ທ່ານ​ນາງ Maria Candida Teixeira ລັດຖະມົນຕີ​ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ອັງ​ໂກລາ, ທີ່ພວມ​ຢູ່​ຢ້ຽມ​ຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມກອງ​ປະຊຸມລະຫວ່າງ​ລັດຖະບານ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຂອບ​ອົກ​ຂອບ​ໃຈ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ ​ອັງ​ໂກລາ ທີ່​ສະຫງວນ​ໃຫ້​ແກ່ ຫວຽດນາມ ​ໃນ​ຈຸດ​ເວລາ​ທີ່​ຫຍຸ້ງ​ຍາກ​ຂອງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ກ່ອນ​ນີ້, ພ້ອມ​ທັງ​ຫວັງ​ວ່າ​ນ້ຳ​ໃຈ​ອັນ​ລ້ຳ​ຄ່າ​ນີ້​ຈະ​ໄດ້​ຮັບ​ການ​​ເສີມຂະຫຍາຍ​ໃນ​ໄລຍະ​ໃໝ່. ຜ່ານ​ກົນ​ໄກ​ລະຫວ່າງ​ລັດຖະບານ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ທຸກ​ດ້ານ​ຄືການ​ເມືອງ - ການ​ພົວພັນ​ຕ່າງປະ​ເທດ, ​ເສດຖະກິດ - ການ​ຄ້າ, ການ​ຮ່ວມ​ມື​ລົງທຶນ, ວັດທະນະທຳ - ການ​ຄ້າ.​.​.​ ສຳລັບ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ເຊັນ​ກັນແລ້ວ, ຄວນ​ສຸມ​ໃສ່​ແກ້​ໄຂ​ຂໍ້​ຕິດ​ຂັດ, ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ທັງ ຫວຽດນາມ ​ແລະ ອັງ​ໂກລາ.

    ສ່ວນທ່ານ​ນາງ ລັດຖະມົນຕີ​ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ Maria Candida Teixeira ກໍ່ຢັ້ງຢືນຄວາມ​ຕັດສິນ​ໃຈ​ຍູ້​ແຮງ​ການ​ຮ່ວມ​ມື ຫວຽດນາມ - ອັງ​ໂກ​ລາ​ ​ໃຫ້ບັນລຸ​ໝາກຜົນ​ດີ​ງາມ. ທ່ານ​ນາງ​ຖື​ວ່າ​, ປະຈຸ​ບັນ ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ຫວຽດນາມ - ອັງ​ໂກລາ ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ດັ່ງ​ນັ້ນ, 2 ຝ່າຍຄວນ​ມານະ​ພະຍາຍາມ​ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ລະອຽດ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ກຳນົດ​ໃນ​ກອງ​ປະຊຸມ​ລະຫວ່າ​ງລັດຖະບານ.

ຂ່າວ/ບົດ​ອື່ນ