ປະ​ທານ​ປະ​ເທດ: ເປົ້າ​ໝາຍ​ບຸ​ລິ​ມະ​ສິດ ແມ່ນ​​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກໃນໄລຍະຜ່ານມາ, ພ້ອມທັງສະເໜີຂະແໜງສາທາລະນະສຸກ ຕ້ອງມານະພະຍາຍາມກວ່າອີກ ເພື່ອມີແຫຼ່ງວັກຊິນໂດຍໄວ, ປະຕິບັດເປົ້າໝາຍບຸລິມະສິດແມ່ນ  ຮັກສາສຸຂະພາບຂອງປະຊາຊົນ.
ປະ​ທານ​ປະ​ເທດ: ເປົ້າ​ໝາຍ​ບຸ​ລິ​ມະ​ສິດ ແມ່ນ​​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍ ຄະນະລົງໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ໂຮງໝໍເມືອງ ກູ໋ຈີ (ພາບ: TTXVN)

ຕອນບ່າຍວັນທີ 21 ພຶດສະພາ, ເພື່ອກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ຜູ້ທີ່ມາກວດ ແລະ ປິ່ນປົວຢູ່ ໂຮງໝໍເມືອງ ກູ໋ຈີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກໃນໄລຍະຜ່ານມາ, ພ້ອມທັງສະເໜີຂະແໜງສາທາລະນະສຸກ ຕ້ອງມານະພະຍາຍາມກວ່າອີກ ເພື່ອມີແຫຼ່ງວັກຊິນໂດຍໄວ, ປະຕິບັດເປົ້າໝາຍບຸລິມະສິດແມ່ນ  ຮັກສາສຸຂະພາບຂອງປະຊາຊົນ.ທ່ານກ່າວວ່າ:

“ຕ້ອງຕັ້ງໜ້າມີແຫຼ່ງວັກຊິນຢ່າງທັນການກວ່າອີກ ເພື່ອສັກໃຫ້ປະຊາຊົນ ບົນເນື້ອໃນຈິດໃຈປະຕິບັດມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ ແລະ ສັກວັກຊິນ. ພວກເຮົາຖືສຸຂະພາບຂອງປະຊາຊົນເໜືອກວ່າສິ່ງໃດໝົດ, ສິ່ງດັ່ງກ່າວຕ້ອງເຊື່ອມຊຶມເພື່ອໃຫ້ປະຊາຊົນທຸກຄົນມີຄວາມຮູູ້ສຶກອຸ່ນອ່ຽນໃຈ ແລະ ມີຄວາມປອດໄພກວ່າໃນໄລຍະປະຕິບັດເປົ້າໝາຍຄວບຄູ່ທີ່ໄດ້ວາງອອກ, ໃນນັ້ນ ໃຫ້ບຸລິມະສິດປະຕິບັດຫຼາຍມາດຕະການເພື່ອຮັກສາສຸຂະພາບໃຫ້ແກ່ປະຊາຊົນ”.

ຕໍ່ໜ້າສະພາບການໂລກລະບາດພາຍໃນປະເທດມີການຜັນແປຢ່າງສັບສົນ, ທ່ານປະທານປະເທດ ປາດຖະໜາວ່າ ຂະແໜງສາທາລະນະສຸກ, ບັນດາຮາກຖານສາທາລະນະສຸກ, ໃນນັ້ນ ມີໂຮງໝໍເມືອງ ກູ໋ຈີ ຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອສະກັດກັ້ນໂລກລະບາດ, ກ່ອນອື່ນໝົດ ແມ່ນບັນດາທ້ອງຖິ່ນທີ່ເກີດໂລກລະບາດ, ຄວບຄຸມບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ວົງກວ້າງ.

ປະ​ທານ​ປະ​ເທດ: ເປົ້າ​ໝາຍ​ບຸ​ລິ​ມະ​ສິດ ແມ່ນ​​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ - ảnh 2ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມ (ພາບ: TTXVN)

  ໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ໃນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ຮຽກຮ້ອງໃຫ້ແຂວງ ບັກຢາງ ຕ້ອງຄຸ້ມຄອງກຳມະກອນທີ່ຢູ່ໃນເຂດແຍກຫ່າງສັງຄົມຢ່າງແໜ້ນແຟ້ນ, ຈຳກັດການແຜ່ລະບາດອອກສູ່ຊຸມຊົນໃຫ້ຢູ່ໃນລະດັບຕ່ຳສຸດ. ປັດຈຸບັນ, ແຂວງ ບັກຢາງ ຍັງຄົງແມ່ນຈຸດໃຈກາງຂອງໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ