ປະ​ທານ​ປະ​ເທດ​ຫງວຽນ​ຊວັນ​ຝຸກ ຢ້ຽມ​ຢາມ​​ສູນ​ເຂດ​ຮ້ອນ​ຫວຽດ​ນາມ-ລັດ​ເຊຍ

(VOVWORLD) -ທ່ານເນັ້ນໜັກວ່າ: ສູນເຂດຮ້ອນຫວຽດນາມ-ລັດເຊຍ ຕ້ອງສືບຕໍ່ແມ່ນສະຖານທີ່ໜ້າໄວ້ເນື້ອເຊື່ອໃຈໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ-ລັດເຊຍ.
ປະ​ທານ​ປະ​ເທດ​ຫງວຽນ​ຊວັນ​ຝຸກ ຢ້ຽມ​ຢາມ​​ສູນ​ເຂດ​ຮ້ອນ​ຫວຽດ​ນາມ-ລັດ​ເຊຍ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຢ້ຽມຢາມເຂດສະແດງຜະລິດຕະພັນວິທະຍາສາດເຕັກນໂລຊີຢູ່ສູນ ເຂດຮ້ອນຫວຽດນາມ-ລັດເຊຍ. (ພາບ: VOV)

 ຕອນເຊົ້າວັນທີ 22 ພະຈິກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ-ລັດເຊຍ.

ທ່ານປະທານປະເທດຫງວຽນຊວັນຝຸກ ໄດ້ຕີລາຄາສູງບັນດາຜົນງານທີ່ສູນບັນລຸໄດ້ ພາຍຫຼັງໄດ້ເຄື່ອນໄຫວມາເປັນເວລາ 33 ປີ, ແມ່ນເຂດເຮືອນລວມຂອງບັນດານັກວິທະຍາສາດຫວຽດນາມ-ລັດເຊຍ ແລະ ທ່ານເນັ້ນໜັກວ່າ: ສູນເຂດຮ້ອນຫວຽດນາມ-ລັດເຊຍ ຕ້ອງສືບຕໍ່ແມ່ນສະຖານທີ່ໜ້າໄວ້ເນື້ອເຊື່ອໃຈໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ-ລັດເຊຍ. ເພື່ອສູ້ຊົນຮອດປີ 2030 ກາຍເປັນປະເທດພັດທະນາ, ມີອຸດສາຫະກຳທັນສະໄໝ, ສູນຕ້ອງມີບັນດາບາດກ້າວເດີນເພື່ອປະກອບສ່ວນເຂົ້າໃນເປົ້າໝາຍນີ້, ພ້ອມທັງສູ້ຊົນກາຍເປັນຮາກຖານວິທະຍາສາດເຕັກໂນໂລຊີທີ່ມີອິດທິພົນຊື່ສຽງ, ບາງຂົງເຂດບັນລຸລະດັບຂັ້ນພາກພື້ນ ແລະ ໂລກ:

   ລະດົມກຳລັງໃຈ, ເປີດກ້ວາງການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລ, ບັນດາອົງການຈັດຕັ້ງວິທະຍາສາດເຕັກໂນໂລຊີ ຜູ້ຊ່ຽວຊານແຖວໜ້າຂອງລັດເຊຍ ໃນການໝູນໃຊ້, ຖ່າຍຖອດເຕັກໂນໂລຊີຕາມຄວາມຕ້ອງການຂອງຫວຽດນາມ. ຍ້ອນເຫດນັ້ນ, ຕ້ອງຍູ້ແຮງການໝູນໃຊ້ບັນດາໝາກຜົນຄົ້ນຄ້ວາ, ພັດທະນາບັນດາຜະລິດຕະພັນມີລັກສະນະວິທະຍາສາດ-ເຕັກໂນໂລຊີສູງ; ບັນດາຂົງເຂດທີ່ສູນມີທ່າແຮງ, ໂດຍສະເພາະແມ່ນການຄົ້ນຄ້ວາສັງລວມຊີວະພາບ, ສິ່ງແວດລ້ອມທະເລ, ຄົ້ນຄ້ວາບັນດາພະຍາດຕິດແປດໃໝ່ກໍ່ຄືສິ່ງທ້າທາຍແບບໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ