ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປຸກລະດົມການປູກຕົ້ນໄມ້ ຮູ້ບຸນຄູນປະທານໂຮ່ຈິມິນຕະຫຼອດການ

(VOVWORLD) -ສຸມໃສ່ປູກຕົ້ນໄມ້, ກ່ອນອື່ນໝົດ ແມ່ນຢູ່ບັນດາອົງການສຳນັກງານ, ບໍລິເວນທີ່ຕັ້ງທັບ, ປູກຕົ້ນໄມ້ໃຫ້ດີ, ໃຫ້ບຸລິມະສິດແກ່ການ ປູກຕົ້ນໄມ້ໃຫຍ່, ເສີມຂະຫຍາຍບົດບາດຂອງບັນດາຄະນະເສດຖະກິດປ້ອງກັນຊາດ, ບັນດາກົມກອງທີ່ມີທ່າໄດ້ປຽບທາງດ້ານທີ່ດິນ
ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປຸກລະດົມການປູກຕົ້ນໄມ້ ຮູ້ບຸນຄູນປະທານໂຮ່ຈິມິນຕະຫຼອດການ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີປຸກລະດົມການປູກຕົ້ນໄມ້

    ບັນດາກົມກອງກອງທັບຕ້ອງເປັນແບບຢ່າງ ປະຕິບັດການປູກຕົ້ນໄມ້ໃຫ້ດີ, ຕັ້ງໜ້າຄົ້ນຄ້ວາການ ປູກຕົ້ນໄມ້ໃຫຍ່ເພື່ອຮັກສາສິ່ງແວດລ້ອມຍາວນານ. ສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາຄະນະເສດຖະກິດປ້ອງກັນຊາດ ແລະ ບັນດາກົມກອງທີ່ມີທ່າໄດ້ປຽບທາງດ້ານທີ່ດິນເພື່ອ ປູກຕົ້ນໄມ້, ຂະຫຍາຍເນື້ອທີ່ປ່າ. ນີ້ແມ່ນຄຳສະເໜີຂອງ ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ທີ່ມີຕໍ່ບັນດາກົມກອງກອງທັບທີ່ພິທີປຸກລະດົມການປູກຕົ້ນໄມ້ ຮູ້ບຸນຄູນປະທານໂຮ່ຈິມິນຕະຫຼອດການ ໂດຍກະຊວງປ້ອງກັນປະເທດຈັດຂຶ້ນໃນຕອນເຊົ້າວັນທີ 13ເມສາຢູ່ ເຂດປູຊະນີຍະສະຖານປະຫວັດສາດ K9- ດ໋າຈົງ ບາວີ່, ຮ່າໂນ້ຍ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

    “ ສຸມໃສ່ປູກຕົ້ນໄມ້, ກ່ອນອື່ນໝົດ ແມ່ນຢູ່ບັນດາອົງການສຳນັກງານ, ບໍລິເວນທີ່ຕັ້ງທັບ, ປູກຕົ້ນໄມ້ໃຫ້ດີ, ໃຫ້ບຸລິມະສິດແກ່ການ ປູກຕົ້ນໄມ້ໃຫຍ່, ເສີມຂະຫຍາຍບົດບາດຂອງບັນດາຄະນະເສດຖະກິດປ້ອງກັນຊາດ, ບັນດາກົມກອງທີ່ມີທ່າໄດ້ປຽບທາງດ້ານທີ່ດິນ; ມອບບັນດາຄາດໝາຍລະອຽດໃຫ້ແກ່ແຕ່ລະກົມກອງ, ເປັນຕົ້ນແມ່ນທະຫານປ້ອງກັນຊາຍແດນ, ບັນດາກົມກອງທີ່ຕັ້ງທັບໃນບໍລິເວນປ່າ, ພູດອຍ. ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສະກັດກັ້ນການຕັກໄມ້ທຳລາຍປ່າ, ຂຸດຄົ້ນປ່າຢ່າງຜິດກົດໝາຍ…  ”

ຕອບກັບ

ຂ່າວ/ບົດ​ອື່ນ