ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງປະທານສະພາຕ່ຳອັງກິດແລະປະທານສະມາຄົມມິດຕະພາບຍີ່ປຸ່ນ-ຫວຽດນາມ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງປະທານສະພາຕ່ຳອັງກິດແລະປະທານສະມາຄົມມິດຕະພາບຍີ່ປຸ່ນ-ຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ Eleanor Laing

(vovworld) - ຕອນ​ບ​່າຍ​ວັນ​ທີ 4/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ Eleanor Laing ພວມ​ມີ​ການ​ຢ​້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ, ມີ​ລັກ​ສະ​ນະ​ແກ່ງ​ແຍ້ງ, ເໝາະ​ສົມ​ກັບ​ມາ​ດ​​ຕະຖານ​ສາ​ກົນ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ການ​ຄ້າ​ເສ​ລີເຊິ່ງ ຫວຽດ​ນາມ ເຂົ້າ​ຮ່ວມ.

        ສ່ວນ​ທ່ານ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ Eleanor Laing ຢັ້ງ​ຢືນວ່າ ປະ​ເທດ​ອັງ​ກິ​ດ ມີ​ຍຸດ​ທະ​ສາດ​ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ທຸກໆ​ປະ​ເທດ, ໃນ​ນັ້ນ​ ຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ໃນ​ຍຸດ​ທະ​ສາດນີ້.

        ກໍ່​ໃນ​ຕອນ​ບ່​າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ ທ່ານ Hitoshi Kato, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຍີ່​ປຸ່ນ - ຫວຽດ​ນາມ ນະ​ຄອນ Sakai (ປະ​ເທດ ຍີ່​ປຸ່ນ) ​.


ຂ່າວ/ບົດ​ອື່ນ