ປະທານປະເທດເຈີ່ນດ້າຍກວາງພົບປະກັບນັກຮຽນທີ່ ປະສົບກັບຄວາມຫຍຸ້ງຍາກພິເສດ

(VOVWORLD) -ຕອນເຊົ້າວັນທີ 18 ມິຖຸນາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບນັກຮຽນປະສົບກັບຄວາມຫຍຸ້ງຍາກພິເສດ ທີ່ມາຈາກ 14 ແຂວງ, ນະຄອນໃນທົ່ວປະເທດ.

ປະທານປະເທດເຈີ່ນດ້າຍກວາງພົບປະກັບນັກຮຽນທີ່ ປະສົບກັບຄວາມຫຍຸ້ງຍາກພິເສດ  - ảnh 1ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະກັບນັກຮຽນປະສົບກັບຄວາມຫຍຸ້ງຍາກພິເສດ 

(ພາບ:Nhan Sang/TTXVN)

ນີ້ແມ່ນບັນດາແບບຢ່າງດີເດັ່ນໃນທົ່ວປະເທດ ທີ່ມີນ້ຳໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນລຸຜົນງານດີເດັ່ນໃນການສຶກສາຮ່ຳຮຽນ, ບຳລຸງສ້າງ ແລະຝຶກຝົນຫຼໍ່ຫຼອມຄຸນສົມບັດໃນບັນດາສົກຮຽນຜ່ານມາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍ້ອງຍໍຊົມເຊີຍ ນັກຮຽນ 70 ຄົນ, ເຖິງວ່າ ຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ຍັງມານະພະຍາຍາມສູ້ຊົນ, ຜ່ານຜ່າ ແລະບືນຕົວຂຶ້ນຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ກາຍເປັນນັກຮຽນເກັ່ງໃນຫຼາຍປີລຽນຕິດ. ທ່ານປະທານປະເທດໄດ້ຝາກຄຳຂອບອົກຂອບໃຈເຖິງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງພາຍໃນ ແລະ ສາກົນ ທີ່ໄດ້ມີການປະກອບສ່ວນອັນລ້ຳຄ່າໃຫ້ ຄັງອຸປະກາລະເດັກຫວຽດນາມ; ຊົມເຊີຍສະພາຊ່ວຍເຫຼືອ ຄັງອຸປະກາລະເດັກຫວຽດນາມ, ຄະນະການນຳ, ພະນັກງານ ຄັງອຸປະກາລະເດັກຫວຽດນາມ ດ້ວຍທິດນຳ “ສຸດອົກສຸດໃຈ, ໂປ່ງໃສ, ທັນການ, ພ້ອມກັນເຂົ້າຮ່ວມ” ໄດ້ມີບັນດາການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປົກປ້ອງ, ເບິ່ງແຍງດູແລ ແລະ ສິດສອນເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ