ປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາເດີນທາງຈາກຮ່າໂຮ້ຍໄປຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍ

(VOVWORLD) -ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດອິນເດຍ Ram Nath Kowind, ຕອນເຊົ້າວັນທີ 2 ມີນາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ອອກເດີນທາງຈາກນະຄອນຫຼວງຮ່າໂນ້ຍໄປຢ້ຽມຢາມທາງລັດຖະກິດຢູ່ປະເທດສາທາລະນະລັດ ອິນເດຍ ແຕ່ວັນທີ 02 – 04 ມີນາ 2018.

ປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາເດີນທາງຈາກຮ່າໂຮ້ຍໄປຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍ - ảnh 1 ທ່ານປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາ

ເດີນທາງຈາກຮ່າໂຮ້ຍໄປຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍ

(ພາບປະກອບ)

ການເດີນທາງໄປຢ້ຽມຢາມຄັ້ງນີ້ ໄດ້ດໍາເນີນໃນສະພາບການສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ -ອິນເດຍ ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ພິເສດແມ່ນນັບແຕ່ເມື່ອສອງປະເທດສ້າງຕັ້ງການປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາເດີນທາງຈາກຮ່າໂຮ້ຍໄປຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍຍຸດທະສາດໃນປີ 2007  ແລະຮອດປີ 2016 ໄດ້ຍົກລະດັບຂຶ້ນກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການເດີນທາງໄປຢ້ຽມຢາມຄັ້ງນີ້ ໄດ້ຢືນຢັນວ່າ ຫວຽດນາມຢຶດໝັ້ນປະຕິບັດແນວທາງນະໂຍບາຍທາງດ້ານການທູດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຫັນການພົວພັນສາກົນເປັນຫຼາຍຮູບແບບ, ໃນນັ້ນ ຫວຽດນາມຍາມໃດກໍຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານກັບອິນເດຍເປັນສໍາຄັນ.

        ສິ້ນສຸດການເດີນທາງໄປຢ້ຽມຢາມສາທາລະນະລັດອິນເດຍ, ໂດຍໄດ້ຮັບຄໍາເຊີນຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ Bangladesh Mohammand Abdul Hamid, ທ່ານປະທານປະເທດເຈີນດ້າຍກວາງ ພ້ອມກັບພັນລະຍາຈະດໍາເນີນການໄປຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດ ປະຊາຊົນ Bangladeshໃນລະຫວ່າງວັນທີ 04-06 ມີນາ 2018 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ