ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງຮ່ານາມ
(ທ່ານປະທານປະເທດ ເຈີນດ້າຍວາງ, ກ່າວຄຳເຫັນທີ່ພິທີ)
(vovworld) - ຕອນເຊົ້າວັນທີ 01/01, ຢູ່ນະຄອນ ຟຸລິ໋, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຮ່ານາມ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງແຂວງຮ່ານາມ ຄືນໃໝ່ (01/01/1997 – 01/01/2017) ຢ່າງສົມກຽດ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີນດ້າຍວາງ ຊີ້ແຈ້ງວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຮ່ານາມ ຕ້ອງເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ, ມານະພະຍາຍາມສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 19 ຢ່າງມີໄຊ. ທ່ານປະທານປະເທດ ສະເໜີວ່າ.
“ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຮ່ານາມ ຕ້ອງປັບປຸງ, ສ້າງສຳເລັດ ແລະ ຍົກສູງຄຸນນະພາບພື້ນຖານໂຄງລ່າງ ແລະ ບັນດາການບໍລິການ ໜູນຊ່ວຍຕິດພັນກັບການເພີ່ມທະວີວຽກງານຄຸ້ມຄອງ, ຍົກສູງປະສິດທິຜົນການເຄື່ອນໄຫວຢູ່ບັນດາເຂດ, ກຸ່ມອຸດສາຫະກຳ… ເອົາໃຈໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງອາຊີບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຮັບປະກັນການເຊື່ອມຕໍ່ກັບບັນດານັກລົງທຶນ.”
ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ພັກ, ລັດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງ ຄັ້ງທີ 2 ໃຫ້ແຂວງຮ່ານາມ.