ປະທານປະເທດເຈືອງເຕີນຊາງ ເດີນທາງໄປຢ້ຽມຢາມບຣູໄນ ແລະ ມຽນມາ

ປະທານປະເທດເຈືອງເຕີນຊາງ ເດີນທາງໄປຢ້ຽມຢາມບຣູໄນ ແລະ ມຽນມາ - ảnh 1

ປະ​ເທດມຽນ​ມາ

(ພາບ:hanoicity.jaovat.com)

(VOV)-  ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະສັດ​ບຣູ​ໄນ Hassanal Bolkiah ​ແລະ ປະທານາທິບໍດີ​ປະ​ເທດ​ສາທາລະນະລັດສະຫະພາບ​ມຽນ​ມາ Thein Sein, ວັນ​ທີ 27/11, ທ່ານປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງ ພ້ອມດ້ວຍພັນ​ລະ​ຍາ​ໄດ້​ເດີ​ນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ບຣູ​ໄນ ​ແຕ່​ວັນ​ທີ 27-29/11/2012 ​ແລະ ປະ​ເທດ​ສາທາລະນະລັດສະຫະພາບ​ມຽນ​ມາ ​ແຕ່​ວັນ​ທີ 29/11-1/12/2012. ນີ້​ແມ່ນ​ການ​ຢ້ຽມຢາມ​ບຣູ​ໄນ ​ແລະ ມຽນ​ມາ ​ເປັນຄັ້ງທຳ​ອິດ​ໃນ​ຖານະ​ເປັນປະ​ທານ​ປະ​ເທດຂອງ​ທ່ານ​ເຈືອງ​ເຕີນ​ຊາງ. ການ​ຢ້ຽມຢາມ​ຄັ້ງນີ້​ຂອງ​ທ່ານ​ປະທານ​ປະ​ເທດ​ແມ່ນເພື່ອ​ແນ​ໃສ່​ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ໂດຍ​ຖື​ການ​ພົວພັນ​ມິ​ດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບບຣູ​ໄນ ​ແລະ ມຽນ​ມາ ເປັນ​ສຳຄັນ; ​ແລກປ່ຽນ​ທິດ​ທາງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບບຣູ​ໄນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ກັບມຽນ​ມາ, ພ້ອມ​ທັງ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຊອກ​ຮູ້​ກາລະ​ໂອກາດ​ລົງທຶນ, ​ແຊກ​ຊືມ​ເຂົ້າຕະຫຼາດ​ຂອງສອງ​ປະ​ເທດທີ່​ມີ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​.

ຂ່າວ/ບົດ​ອື່ນ