ປະທານປະເທດເຈືອງເຕີິນຊາງພົບປະບັນດານັກຮົບປະຕິວັດຖືກສັດຕູກັກຂັງ

ປະທານປະເທດເຈືອງເຕີິນຊາງພົບປະບັນດານັກຮົບປະຕິວັດຖືກສັດຕູກັກຂັງ  - ảnh 1
ປະທານປະເທດເຈືອງເຕີິນຊາງພົບປະບັນດານັກຮົບປະຕິວັດຖືກສັດຕູກັກຂັງ
(ພາບ: hanoimoi)

(vovworld) –​ ຕອນ​ບ່າຍ​ວັນ​ທີ 14/02, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມ​ການ​ພົບ​ປະ​​ກັບ​ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ຖືກ​ສັດ​ຕູ​ກັກ​ຂັງ​ຢ​ູ່​ເຂດ​ພາກ​ເໜືອ ​ທີ່​ຫໍ​ພິ​ພິດ​ຕະ​ພັນ​ນັກ​ຮົບ​ປະ​ຕິ​ວັດຖືກ​ສັດ​ຕູ​ກັກ​ຂັງບ້ານ ນາມ​ກ໋ວດ, ຕາ​ແສງ ນາມ​ຈ່ຽວ, ເມືອງ ຟຸ໋​ຊວຽນ, ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ ເນັ້ນ​ໜັກ​ວ່າ: ດ້ວຍ​ອິດ​ທິ​ຜົນ​ຊື່​ສຽງ ແລະ ບົດ​ຮຽນ​ຈາກ​ການ​ຕໍ່​ສູ້​ຂອງ​ຕົນ, ບັນ​ດາ​ອະ​ດີດ​ນັກ​ຮົບ​ປະ​ຕິ​ວັດ ຕ້ອງ​ສືບ​ຕໍ່​ປະ​ກອບ​ສ່ວ​ນ​ພ້ອມ​ກັບ​ທ້ອງ​ຖິ່ນ ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ການ​ເມືອງ​ຢ່າງ​ມີ​ໄຊ, ໂດຍສະ​ເພາະ​ແມ່ນ​ວຽກ​ງານກໍ່​ສ້າງ​ພັກ. ທ່ານ​ປະ​ທານ​ປະ​ເທດ​ປາດ​ຖະ​ໜາ​ວ່າ, ບັນ​ດາ​ອະ​ດີດ​ນັກ​ຮົບ​ປະ​ຕິ​ວັດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ວຽກ​ງານ​ທີ່​​ໄດ້​ປະ​ຕິ​ບັດ​ມາ​​ແລ້ວ, ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ສຶກ​ສາ​ອົບ​ຮົມມູນ​ເຊື້ອ​ໃ​ຫ້​ລ​ຸ່ນ​ໜຸ່ມ; ປະ​ກອບ​ສ່ວນ​ກໍ່​ສ້າງ​ພັກ ​ໃຫ້​ໝັ້ນ​ຄົງ, ເຂັ້ມ​ແຂງ, ປອດ​ໄສ, ແມ່ນ​ບ່ອນ​ອີງ​ທີ່​ໄວ້​ເຊື້ອ​ເຊື່ອ​ໃຈ​ຂອງ​ຄະ​ນະ​ພັກ​ທ້ອງ​ຖິ່ນ​ທຸກ​ຂັ້ນ.

ຂ່າວ/ບົດ​ອື່ນ