ປະທານປະເທດເຈືອງເຕີນຊາງຢ້ຽມຢາມ,ອວຍພອນປີໃໝ່ຢູ່ແຂວງບັກກ້ານ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມ,ອວຍພອນປີໃໝ່ຢູ່ແຂວງບັກກ້ານ - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 17/2, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ຂັ້ນສູນ​ກາງ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ອຳນາດ​ການ​ປົກຄອງ ​ແລະ ​ປະຊາຊົນ​ແຂວງ ບັກ​ກ​້ານ. ​ເມື່ອ​ຮັບ​ຟັງບັນດາ​ຂໍ້​ສະ​ເໜີ​ຂອງ​ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ແຂວງ ບັກ​ກ້ານ ສືບ​ຕໍ່​ສຸມ​ໃສ່​ໃຫ້​ແກ່​ທ່າ​ແຮງ​ດ້ານ​ກະສິກຳ - ປ່າ​ໄມ້​ຂອງ​ແຂວງ, ​ເລືອກ​ເຟັ້ນບັນດາ​ໂຄງການ​ວິທະຍາສາດ​ກ້າວໜ້າ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ບັນດາ​ຂະ​​ແໜງ​ການ​ຂັ້ນສູນ​ກາງ ພ້ອມ​ກັບ​​ແຂວງ ບັກ​ກ້ານ​ພິຈາລະນາ, ຊອກ​ຫາ​ກົນ​ໄກ​ເໝາະ​ສົມ​​ເພື່ອຊຸກຍູ້​ບັນດາ​ໂຄງການ​ປຸງ​ແຕ່ງ​​ເຄື່ອງ​ປ່າ​ຂອງ​ດົງ, ບັນດາ​ໂຄງການ​ທ່ອງ​ທ່ຽວ​ຈຸດ​ສຸມ, ​ເພື່ອ​ແນ​ໃສ່​ມີ​ຜະລິດ​ຕະພັນ​ອອກ​ສູ່ຕະຫຼາດ, ​ແກ້​ໄຂ​ການ​ເກັບ​ຊື້​ແຫຼ່ງວັດຖຸ​ດິບ​ໃຫ້​ແກ່​ປະຊາຊົນ, ​ເພີ່ມ​ຈຳນວນ​ແຂກ​ທ່ອງ​ທ່ຽວ​​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ບໍລິ​ເວນ​ແຂວງ.

 


ຂ່າວ/ບົດ​ອື່ນ