ປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບເລຂາທິການໃຫຍ່ສະຫະພັນກຳມະບານໂລກ

ປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບເລຂາທິການໃຫຍ່ສະຫະພັນກຳມະບານໂລກ - ảnh 1
ປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບເລຂາທິການໃຫຍ່
ສະຫະພັນກຳມະບານໂລກ
(ພາບ: ໜັງສືພິມແຮງງານ)

(vovworld) - ວັນ​ທີ 5/3, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນສະຫະພັນກຳມະບານ​ໂລກ ​ ​ໂດຍ​ທ່ານ George Mavrikos, ເລຂາທິການ​ໃຫຍ່​ສະຫະພັນ​ກຳມະບານ​ໂລກ​ເປັນ​ຫົວໜ້າ​ຄະນະ, ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ປະທານ ສະຫະພັນກຳມະບານ​ໂລກ ຢູ່ ຮ່າ​ໂນ້ຍ​ໃນ​ລະຫວ່າງ​ວັນ​ທີ 5 - 6/3/2016. ທີ່​ການ​ຕ້ອນຮັບ, ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາ​ຂອງ ສະຫະພັນກຳມະບານ​ໂລກ ​ໃນ​ການ​ຕໍ່ສູ້​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ຜູ້​ອອກ​ແຮງ​ງານໃນ​ທົ່ວໂລກ; ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ກຳມະບານ​ຫວຽດນາມ ​ແລະ ສະຫະພັນກຳມະບານ​ໂລກ.

   ຕາງໜ້າ​ຄະນະ​ຜູ້​ແທນ ສະຫະພັນກຳມະບານ​ໂລກ, ​ທ່ານ George Mavrikos ​ເນັ້ນ​ໜັກ​ວ່າ, ​ ສະຫະພັນກຳມະບານ​ໂລກ​ໄດ້​ມີ​ສາຍ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ, ​ເລິກ​ເຊິ່ງ ​ແລະ ຍາວ​ນານ​ກັບ​ສະຫະພັນ​ແຮງ​ງານ​ຫວຽດນາມ, ກັບ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ ຫວຽດນາມ. ທ່ານ ເລຂາທິການ​ໃຫຍ່​ສະຫະພັນ​ກຳມະບານ​ໂລກ​ ​ເຊື່ອ​ໝັ້ນ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ​ຈະ​ປະສົບ​ຜົນສຳ​ເລັດ​ກວ່າ​ອີກ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ການ​ພົວພັນ​ກັບ​ສາກົນ.

       

 

 

ຂ່າວ/ບົດ​ອື່ນ