ປະທານສະພາແຫ່ງຊາດ El Salvador ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ

ປະທານສະພາແຫ່ງຊາດ El Salvador ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ - ảnh 1
ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ El Salvador ​Sigfrido Reyes ​ໄດ້​ມີ​ພົບ​ປະການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ

(vovworld) – ຕອນ​ຄຳ່​ວັນ​ທີ 11/6, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ El Salvador ​ໂດຍ​ທ່ານ Sigfrido Reyes, ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ ​ໄດ້​ເດີນທາງ​ອອກ​ຈາກນະຄອນ ​ໂຮ່ຈີ​ມິນ ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ຢ່າງ​ຈົບງາມ. ​ໃນ​ການ​ຢ້ຽມຢາມ​ເປັນ​ເວລາ 5 ວັນ​ຢູ່ ຫວຽດນາມ (6 – 11/6), ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ El Salvador ​Sigfrido Reyes ​ໄດ້​ມີ​ພົບ​ປະການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ທີ່​ການ​​ເຈລະຈາ ​ແລະ ພົ​ບປະ​ຄັ້ງ​ຕ່າງໆ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ El Salvador ​ແລະ ບັນດາ​ການ​ນຳ​ພັກ, ລັດ ຫວຽດນາມ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. 2 ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ທຸກ​ຂັ້ນ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງກັນ ​ແລະ ກັນ, ສ້າງ​ກຳລັງ​ໜູນ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ພັດທະນາ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ