ປະທານສະພາແຫ່ງຊາດ ລົງອວຍພອນປີໃໝ່ ລັດຖະກອນຫ້ອງວ່າ ການສະພາແຫ່ງຊາດ.


 ປະທານສະພາແຫ່ງຊາດ ລົງອວຍພອນປີໃໝ່ ລັດຖະກອນຫ້ອງວ່າ ການສະພາແຫ່ງຊາດ. - ảnh 1

(ພາບ: vov)

 (vovworld)- ​​​ ຕອນ​ເຊົ້າວັນທີ 27/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ລົງ​ພົບ​ປະ ​ແລະ ອວຍພອນ​ປີ​ໃໝ່​ບັນດາ​ພະນັກງາ​ນ, ລັດຖະກອນ, ພາລະ​ກອນສັງ​ກົດ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ.  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ສຳຄັນ​ຂອງ ພະນັກງາ​ນ, ລັດຖະກອນ, ພາລະ​ກອນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ສະພາ​ແຫ່ງ​ຊາດ, ບັນ​ດາອົງການ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ປີຜ່ານມາ. ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດນັບ​ມື້​ນັບ​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ມີ​ຄຸນ​ນະພາ​ບ ​ແລະ ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງຕາມ​ທິດ​ໃກ້ຊິດຕິດ​ແທດ​ກັບ ​ແຊ​ຊ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່ ປຊຊ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນໜັກ​ວ່າ, ປີ 2014, ຫ້ອ​ງວ່າການ​ສະພາ​ແຫ່ງ​ຊາດ​ ຕ້ອງ​ລົງ​ເລິກບັນດາ​ການ​ເຄື່ອນ​ໄຫວ​ຂອງ ສະພາ​ແຫ່ງ​ຊາດ, ບັນດາ​ອົງການສະພາ​ແຫ່ງ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ສ້າງ​ກົດໝາຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຊື່ອໝັ້ນວ່າ, ດ້ວຍ​ນ້ຳ​ໃຈ​ສາມັກຄີ, ການ​ສະໜິດ​ຕິດ​ພັນນັ້ນ, ໝູ່​ຄະນະ​ພະນັກງາ​ນ, ລັດຖະກອນ, ພາລະ​ກອນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຈະ​ປະຕິບັດ​ສຳ​ເລັດໜ້າ​ທີ່, ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ປະຕິບັດ​ລັດຖະທຳ​ມະນູນ​ໃໝ່​ ​ແລະ ບັນດາ​ກົດໝາຍ​ຊື່​ງໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດຢ່າງ​ມີ​ໄຊ./.

ຂ່າວ/ບົດ​ອື່ນ