ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ພົບ​ປະ​ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ລາວ

(VOVWORLD) -ຕອນເຊົ້າວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ມີການພົບປະ ກັບທ່ານ ນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ພົບ​ປະ​ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ລາວ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນພົບປະ ກັບທ່ານ ນາຍົກລັດຖະມົນຕີ

ສປປ.ລາວ ທອງລຸນ ສີສຸລິດ (ພາບ: TTXVN)

 ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ແລກປ່ຽນບົດຮຽນ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງກົນໄກການສົມທົບລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ຢ່າງລະອຽດ, ຂັ້ນຕອນການ ສ້າງ ແລະ ປະຕິບັດບັນດາເອກະສານດ້ານນິຕິກຳ, ກ່ຽວກັບວຽກງານແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ກົນໄກຕິດຕາມກວດກາຂອງສະພາແຫ່ງຊາດຕໍ່ການເຄື່ອນໄຫວນີ້, ກ່ຽວກັບການພົວພັນລະຫວ່າງສະພາປະຊາຊົນຂັ້ນແຂວງກັບສະພາແຫ່ງຊາດ ແລະ ຂັ້ນຕອນການແຕ່ງຕັ້ງການນຳຂັ້ນແຂວງ, ກ່ຽວກັບກົນໄກຄວບຕຳແໜ່ງໃນຄະນະການນຳທ້ອງຖິ່ນ.

        ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມື, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ເອກະສານການຮ່ວມມືເຊິ່ງໄດ້ຮັບການລົງນາມລະຫວ່າງ ສອງປະເທດ, ສອງລັດຖະບານ.

        ສ່ວນທ່ານທອງລຸນ ສີສຸລິດໄດ້ແຈ້ງໃຫ້ຊາບວ່າ ການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງນີ້ບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຮັບຮູ້, ສອງຝ່າຍໄດ້ລົງນາມໃນເອກະສານການຮ່ວມມື 8 ສະບັບ. ຄຽງຄູກັບບັນດາການເຄື່ອນໄຫວພົບປະ, ເຈລະຈາ, ປຶກສາຫາລືກັບບັນດາການນຳຂັ້ນສູງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ລາວ ກໍ່ໄດ້ພົບປະກັບບັນດາວິສາຫະກິດກຸ່ມບໍລິສັດໃຫຍ່ຂອງ ຫວຽດນາມ, ນັບທັງວິສາຫະກິດທີ່ໄດ້ໄປລົງທຶນ ແລະ ຍັງບໍ່ທັນໄປລົງທຶນຢູ່ລາວ, ຮັບຟັງຄຳເຫັນ ແລະ ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງ ເຂົາເຈົ້າ,ຊອກຫາວິທີການແກ້ໄຂໂດຍໄວ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ