ປະທານສະພາແຫ່ງຊາດ ອີຣານ ຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ທ່ານ Ali Ardeshir Larijani ປະທານສະພາແຫ່ງຊາດອີຣານ ນຳໜ້າ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດ ອີຣານ ຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 ທ່ານ Ali Ardeshir Larijani ປະທານສະພາແຫ່ງຊາດອີຣານ 

(ພາບ: TTXVN)

 ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດອີຣານ ໂດຍທ່ານ Ali Ardeshir Larijani ປະທານສະພາແຫ່ງຊາດອີຣານ ນຳໜ້າ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 15 - 18 ເມສາ 2018. ການຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນ ດ້ານການເມືອງ, ເສດຖະກິດ ແລະ ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ