ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XVຄ

(VOVWORLD) -ຕອນບ່າຍວັນທີ 24/5, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນການພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XVຄ - ảnh 1ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ກ່າວຄຳເຫັນທີ່ການພົບປະ

     ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຖືວ່າ: ສະພາແຫ່ງຊາດຊຸດທີ 15 ດ້ວຍສະມາຊິກສະພາແຫ່ງຊາດຍິງ 151 ຄົນ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ ເພື່ອສົມເປັນອົງການຜູ້ຕາງໜ້າສູງສຸດຂອງຜູ້ມີສິດເລືອກຕັ້ງ, ທັງແມ່ນອົງການທີ່ ມີສິດອຳນາດແຫ່ງລັດສູງສຸດຂອງ. ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ:

     “ຂ້າພະເຈົ້າຫວັງວ່າໃນໄລຍະຈະມາເຖິງ, ບັນດາການເຄື່ອນໄຫວ ທີ່ມີຄວາມຫມາຍແລະມີກຳລັງແຜ່ກະຈາຍຄື ດັ່ງກ່າວຈະສືບຕໍ່ໄດ້ຮັບການຈັດຕັ້ງ ຊຶ່ງສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງໃນການສ້າງ ແລະ ປັບປຸງລະບົບກົດໝາຍ ແລະ ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃຫ້ສົມບູນແບບ; ປະສານບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນການເຄື່ອນໄຫວສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນຫາສຳຄັນຂອງປະເທດຊາດ; ສະແດງສຽງຂອງແມ່ຍິງ, ປົກປ້ອງສິດຜົນປະໂຫຍດຂອງເດັກ, ຂອງບັນດາເປົ້າໝາຍດ້ອຍໂອກາດໃນສັງຄົມ.

   ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດຍິງຫວຽດນາມ ຈະຝຶກຝົນທາງດ້ານທັກສະ, ຄວາມຮູ້ເພື່ອປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຜູ້ເປັນຕົວແທນຂອງປະຊາຊົນ, ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ 

ຕອບກັບ

ຂ່າວ/ບົດ​ອື່ນ