ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ເລືອກ​ຕັ້ງ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ສະພາເລືອກຕັ້ງແຫ່ງຊາດໄດ້ແຕ່ງຕັ້ງຫຼາຍຄະນະຜູ້ແທນ ໄປກວດກາວຽກງານກະກຽມການເລືອກຕັ້ງຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ເລືອກ​ຕັ້ງ - ảnh 1ກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 (ພາບ:qdnd.vn)

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ກອງປະຊຸມໄດ້ເຊື່ອມຕໍ່ໂດຍກົງກັບ 63 ສະຖານທີ່ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ສະພາເລືອກຕັ້ງແຫ່ງຊາດໄດ້ແຕ່ງຕັ້ງຫຼາຍຄະນະຜູ້ແທນ ໄປກວດກາວຽກງານກະກຽມການເລືອກຕັ້ງຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ. ບັນດາອະນຸກຳມະການ, ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ໄດ້ປະກາດໃຊ້ເອກະສານຫຼາຍສະບັບ ເພື່ອແນະນຳ, ຊີ້ນຳແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ບັນດາວິທີການ, ແຜນການດຳເນີນການເລືອກຕັ້ງໃຫ້ແທດເໝາະກັບເງື່ອນໄຂປ້ອງກັນ, ສະກັດກັ້ນໂລກລະບາດ, ໄພທຳມະຊາດ, ຝົກຕົກນ້ຳຖ້ວມ, ເປັນຕົ້ນແມ່ນເງື່ອນໄຂປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ມາຮອດປັດຈຸບັນ, ບາງວຽກງານກະກຽມໃຫ້ແກ່ການເລືອກຕັ້ງ ໄດ້ຮັບການປະຕິບັດສຳເລັດແລ້ວ, ກຽມພ້ອມໃຫ້ແກ່ວັນເລືອກຕັ້ງ ໃນວັນທີ 23 ພຶດສະພາຈະມາເຖິງ. 

ທ່ານປະທານສະພາແຫ່ງຊາດ ເວຶອງດິ່ງເຫ້ວໃຫ້ຮູ້ວ່າ:

        ເພື່ອຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ເປັນຕົ້ນແມ່ນໃນເງື່ອນໄຂເກີດໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນຢຸ່ບາງສະຖານທີ່ຈຸດສຸມຄືໃນປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອແນໃສ່ເປົ້າໝາຍ ກວດກາຄືນວຽກງານກະກຽມມາຮອດປັດຈຸບັນ, ຮັບຟັງ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ, ບັນດາຂໍ້ສະເໜີຂອງບັນດາທ້ອງຖິ່ນ, ບັນດາອົງການທີ່ກ່ຽວຂ້ອງຢ່າງທັນການ ເພື່ອເປັນເອກະພາບກັບທາງດ້ານຄວາມຮັບຮູ້, ຄວາມຕັດສິນໃຈຢ່າງສູງໃນການກະທຳ ເພື່ອກະກຽມ ໃຫ້ແກ່ການເລືອກຕັ້ງ ຢ່າງລອບຄອບຖີ່ທ້ວນທີ່ສຸດ, ຮັບປະກັນໃຫ້ເຫດການການເມືອງທີ່ມີຄວາມສຳຄັນຍິ່ງຂອງປະເທດຊາດ ໄດ້ດຳເນີນຢ່າງຖືກຕ້ອງຕາມແຜນການ, ກາຍເປັນວັບບຸນໃຫຍ່ຂອງທົ່ວປວງຊົນ ແລະ ປະສົບຜົນສຳເລັດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ