ປະທານສະພາແຫ່ງຊາດ ໄປຢ້ຽມຢາມ, ເຮັດວຽກຢູ່​ແຂວງ​ບີງ​ທ້ວນ,ເຮັດ​ວຽກກັບກອງພັນນ້ອຍ 681, ເຫຼົ່າທັບເຮືອ

(VOVWORLD) ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ຊົມເຊີຍ ແຂວງ ບິ່ງທ້ວນ ໄດ້ຈັດຕັ້ງພິທີເປີດປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ໃນຕອນຄ່ຳວັນທີ 25 ມີນານີ້. ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ບິ່ງທ້ວນ
ປະທານສະພາແຫ່ງຊາດ ໄປຢ້ຽມຢາມ, ເຮັດວຽກຢູ່​ແຂວງ​ບີງ​ທ້ວນ,ເຮັດ​ວຽກກັບກອງພັນນ້ອຍ 681, ເຫຼົ່າທັບເຮືອ - ảnh 1ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

       ຕອນເຊົ້າວັນທີ 26 ມີນາ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບການນຳແຂວງບີງທ້ວນ

     ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ຊົມເຊີຍ ແຂວງ ບິ່ງທ້ວນ ໄດ້ຈັດຕັ້ງພິທີເປີດປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ໃນຕອນຄ່ຳວັນທີ 25 ມີນານີ້. ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ບິ່ງທ້ວນ, ປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ແຂວງ ບິ່ງທ້ວນ ຕີລາຄາ ແລະ ກວດກາຄືນການຈັດຕັ້ງປະຕິບັດບັນດາໂຄງການເຄື່ອນໄຫວ, ແຜນການ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ13 ຂອງພັກ. ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງອົງຄະນະພັກແຂວງ

ປະທານສະພາແຫ່ງຊາດ ໄປຢ້ຽມຢາມ, ເຮັດວຽກຢູ່​ແຂວງ​ບີງ​ທ້ວນ,ເຮັດ​ວຽກກັບກອງພັນນ້ອຍ 681, ເຫຼົ່າທັບເຮືອ - ảnh 2
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນ)

            ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 25 ມີນາ, ຢູ່ແຂວງ ບິ່ງທ້ວນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກອງພັນນ້ອຍ 681, ເຫຼົ່າທັບເຮືອ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງພະນັກງານ, ນັກຮົບກອງພັນນ້ອຍ 681; ສະເໜີໃຫ້ ກອງພັນນ້ອຍ 681 ສືບຕໍ່ຄົ້ນຄວ້າຢ່າງລົງເລິກ, ຊາບຊຶມຢ່າງທັນການ, ຄົບຖ້ວນ ກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການປົກປັກຮັກສາປະເທດຊາດ, ຍຸດທະສາດດ້ານການທະຫານປ້ອງກັນຊາດ, ກົດໝາຍກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເປັນເຈົ້າການກຳແໜ້ນສະພາບການ, ຝຶກຊ້ອມ, ປົກປ້ອງ, ນຳໃຊ້ອາວຸດ, ເຄື່ອງອຸປະກອນເຕັກນິກທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ສືບຕໍ່ມີຂໍ້ລິເລີ່ມ, ຫົວຄິດປະດິດສ້າງຫຼາຍຢ່າງ, ກຽມພ້ອມຕໍ່ສູ້, ແກ້ໄຂບັນດາສະພາບການອາດຈະເກີດຂຶ້ນຢ່າງມີໄຊ, ປະກອບສ່ວນພ້ອມກັບບັນດາກຳລັງປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ໄຫຼ່ທະວີບຂອງປະເທດຊາດໄວຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ