ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ : ຫວຽດນາມໃຫ້ບຸລິມະສິດແກ່ການນຳໃຊ້, ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ : ຫວຽດນາມໃຫ້ບຸລິມະສິດແກ່ການນຳໃຊ້, ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ - ảnh 1
(ພາບ​ປະ​ກອບ) 

(vovworld)- ຕອນ​ບ່າຍ​ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ສະ​ມາ​ຄົມຄອມ​ພິວ​ເຕີ​ສາ​ກົນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຝິກ ASOCIO ແລະ​ການ​ນຳ​ບາງວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ໃຫຍ່​ໃນ​ພາກ​ພື້ນ​ໂດຍ​ທ່ານ Abdullah Kafi ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ນຳ​ໜ້າ. ນະ​ທີ່ນີ້, ທ່ານ ປະ​ທານ​ສະ​ຫະ​ສະ​ມາ​ຄົມ ASOCIO Abdullah Kafi ຫວັງ​ວ່າ ຫວຽດ​ນາມ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ​ຂອງ​ຕົນ​ໃນ​ການ​ນຳ​ໃຊ້, ພັດ​ທະ​ນາ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານເພື່ອ​ຜົນ​ປະ​ໂຫຍດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ສ່ວນ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ວ່າການ​ນຳ​ໃຊ້, ພັດ​ທະ​ນາ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ. ຫວຽດ​ນາມ​ຫວັງ​ວ່າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ASOCIO ຈົ່ງ​ໜູນ​ຊ່ວຍ​ຫວຽດ​ນາມ​ເພີ່ມ​ທະ​ວີ ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ພິ​ເສດ​ໃນ​ຂົງ​ເຂດ​ກະ​ສີ​ກຳ. 

ຕອບກັບ

ຂ່າວ/ບົດ​ອື່ນ