ປະທານສະພາແຫ່ງຊາດຫງວຽນຊິງຮູ່ງ:ພັດທະນາກະສິກຳ,ຊົນນະບົດແມ່ນໜ້າທີ່ຍຸດທະສາດ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງ:ພັດທະນາກະສິກຳ,ຊົນນະບົດແມ່ນໜ້າທີ່ຍຸດທະສາດ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Nhan Sáng/TTXVN)


(vovworld) – ຕອນ​ບ່າຍວັນ​ທີ 6/1, ຄະນະ​ຊີ້​ນຳ​ສະຫລຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດມະຕິ​ສູນ​ກາງ​ຄັ້ງ​ທີ 7 (ຊຸດ​ທີ 10) ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ບັນດາ​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງານ​ສັງ​ລວມຂອງ​ຄະນະ​ຊີ້ນຳ ​ແລະ ສ້າງ​ຮ່າງບົດ​ສະຫລຸບຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ຫົວໜ້າ​ຄະນະ​ຊີ້​ນຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນິງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ, ​ເປັນ​ປະທານ​ກອງ​ປະຊຸມ. ພາຍຫຼັງ 5 ປີ​ແຫ່ງ​ວັນ​ປະຕິບັດ​ມະຕິ​ເລກທີ 26/ຂອງ​ສູນ​ກາງ​ພັກ, ຂະ​ແໜງ​ກະສິກຳ ຫວຽດນາມ ສືບ​ຕໍ່​ພັດທະນາ​ຮອບດ້ານ​ພໍ​ສົມຄວນ ​ແລະ ພວມ​ຫັນປ່ຽນ​ຕາມ​ທິດ​ພັ​ດທະ​ນາ​ບັນດາ​ຜະລິດ​ຕະພັນ​ຕົ້ນ​ຕໍ່ມີ​ທ່າ​ແຮງ, ຜະລິດ​ສິນຄ້າ, ຄ້ຳປະກັນ​ສະບຽງ​ອາຫານ​ແຫ່ງ​ຊາດ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ພິ​ເສດ​ແມ່ນ​ໃນ​ໄລ​ຍະ​ຫຍຸ້ງຍາກ​ຂອງ​ພື້ນຖານ​ເສດຖະກິດ.

    ​​ທີ່​ການ​ເຮັດ​ວຽກ, ບັນດາ​ສະມາຊິກ​ຂອງ​ຄະນະ​ຊີ້​ນຳ​ສະ​ເໜີ​ໃຫ້​ຄະນະ​ຮຽບຮຽງ​ເພີ່ມ​ເຕີມ​​ກ່ຽວ​ກັບການ​ຕີ​ລາຄາ​ການ​ພັດທະນາ​ປ່າ, ​ເສດຖະກິດ​ທະ​ເລເຂົ້າ​ຮ່າງ​ບົດສະຫລຸບ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ຕົວ​ຈິງ​ໃຫ້​ເຫັນ​ວ່າ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່ ​ແລະ ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ, ຕີ​ລາຄາ​ສັງ​ລວມ​ກ່ຽວ​ກັບ​ການ​ສ້າງ, ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ສິນ​ເຊື່ອ​ໜູນ​ຊ່ວຍ​ກະ​ສິກຳກ່ວາ​ອີກ.​​..​

    ​ເມື່ອ​ສະຫລຸບ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າບັນດາ​ເອກະສານ​ຂອງ​ຄະນະ​ຊີ້​ນຳ​ລາຍ​ງານ​ຕໍ່​ກົມ​ການ​ເມືອງ​ຄວນ​ໄດ້​ຮັບ​ການ​ສ້າງ​ຢ່າງ​ລະອຽດ, ຍົກ​ອອກ​ລັກສະນະ​ຈຳ​ເປັນ ​ແລະ ຜົນ​ປະ​ໂຫຍ​ດຈາກ​ການ​ປະຕິບັດ​ມະ​ຕິ.

    ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ກໍ່​ເນັ້ນ​ໜັກວ່າ​ໜ້າ​ທີ່​ຫັນ​ຊົນນະບົດເປັນ​ອຸດສາຫະກຳ, ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ​ໃຫ້​ຊົນນະບົດ​ຕາມ​ທິດ​ມີ​ບັນດາ​ຮູບ​ແບບ​ທີ່​ເສີມ​ຂະຫຍາຍ​ໝາກຜົນ​ແລ້ວ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສູງ​ສຸດ​ແມ່ນ​ຍົກ​ສູງ​ຊີວິດການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ, ຮັບປະກັນ​ຜົນ​ປະ​ໂຫຍ​ດພື້ນຖານ, ຍາວ​ນານ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ