ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢຽມສະຖານທີ່ຂອງປະທານໂຮ່ຈິມິນເຄີຍເຮັດວຽກແລະດຳລົງຊີວິດຢູ່ອາເມລິກາ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢຽມສະຖານທີ່ຂອງປະທານໂຮ່ຈິມິນເຄີຍເຮັດວຽກແລະດຳລົງຊີວິດຢູ່ອາເມລິກາ - ảnh 1
(ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິ​ງຮຸ່ງ​ຢ້ຽມ​ຢຽມສະຖານ​ທີ່
​ຂອງ​ປະທານ​ໂຮ່ຈິ​ມິນ​ເຄີຍ​ເຮັດ​ວຽກ​​ແລະ​ດຳລົງ​ຊີວິດ​ຢູ່​ອາ​ເມ​ລິ​ກາ)

(vovworld) – ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມ​ອາ​ເມ​ລິ​ກາ, ຕອນ​ເຊົ້າ​ວັນ​ທີ 05/09 (ຕາ​ມ​ເວລາ​ຫວຽດນາມ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄປ​ເຖິງ​​ໂຮ​ງ​ແຮມ Omni Parker House, ຢູ່​ນະຄອນ Boston, ຊຶ່ງ​ແມ່ນ​ບ່ອນ​ທີ່​ປະທານ​ໂຮ່ຈິ​ມິນ ​ເຄີຍ​ເຮັດ​ວຽກ ​​ແຕ່​ປີ 1911 – 1913, ​ໃນ​ການ​ເດີນທາງ​ກູ້​ຊາດ. ທີ່​ສະຖານ​ທີ່​ປະຫວັດສາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິຮຸ່ງ ​ໄດ​້ມີ​ການ​ພົບ​ປະ​ກັບ​ບັນດາ​ນັກ​ຊ່ຽວຊານ​ອາ​ເມ​ລິ​ກາ ທີ່​ຄົ້ນ​ຄວ້າກ່ຽວ​ກັບ​ຫວຽດນາມ ​ແລະ ຊາວ​ໜຸ່ມ, ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ​ຢູ່ Boston.

ທີ່​ການ​ພົບ​ປະ​ກັບ​ຜູ່​ຕາງ​ໜ້າປັນຍາ​ຊົນ ​ແລະ ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າ​ຮຽນ ​ແລະ ​ເຮັດ​ວຽກ​ຢູ່​ລັດ Massachussets, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ, ປະຊາ​ຄົມ​ ​ແລະ ລຸ້ນໜຸ່ມ​ຫວຽດນາມ ອາ​ໄສ​ຢູ່ Boston ສືບ​ຕໍ່​ປະກອບພູມ​ປັນຍາ​ໃຫ້​ແກ່​ພາລະກິດ​ສ້າງສາ​, ປ່ຽນ​ໃໝ່​ປະ​ເທດ​ຊາດ ​ແລະ ປ​ະກອບ​ສ່ວນ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃຫ​້ນັບ​ມື້ນັບ​ພັດທະນາ.

ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ​້​ໄປ​ຢ້ຽມຢາມ ​ໂຮງ​ໝໍ​ຫຼາຍ​ຂະ​ແໜງ Massachussets, ຢ້ຽມຢາມ ນະຄອນ​ເກົ່າ Boston, ສານ​ສູງສຸດ Massachussets…

ຂ່າວ/ບົດ​ອື່ນ