ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບແລະເຈລະຈາກັບຄະນະຜູ້ແທນຂັ້ນສູງພັກແລະລັດຈີນ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບແລະເຈລະຈາກັບຄະນະຜູ້ແທນຂັ້ນສູງພັກແລະລັດຈີນ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຄະ​ນະ

(vovworld) –  ຕອນ​ບ່າ​ຍ​ວັນ​ທີ 8/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິ​ນ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ ຈ໋າງເ​ຕີ​​ຈ໋ຽງ, ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ກົມ​ການ​ເມືອງ, ຫົວ​ໜ້າກຳ​ມະ​ການ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ນຳ​ໜ້າ​ຄະ​ນ​ະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ ຈີນ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາ​ງ​ການ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ພັ​ກ, ລັດ ແລະ ສະ​ພາ​ຜ​ູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ແລະ ພາຍຫຼັງ​ການ​ເລືອ​ກ​ຕັ້ງ​​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14 ຂອງ ຫວຽດ​ນາມ.

        ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທີ່​ສຳ​ນັກ​ງາ​ນ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ມີ​ການ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ ແລະ ລັດ ຫວຽດ​ນາມ.ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ ຈ໋າງ​ຕີ​ຈ໋ຽງ ຈະ​ປະ​ກອບ​ສ່ວນ​ສືບ​ຕໍ່​ຮັກ​ສາ ແລະ ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ນຳ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ພັດ​ທະ​ນາ​ແບບ​ຍືນ​ຍົງ, ສະ​ຖຽນ​ລະ​ພາບ, ຍາວ​ນານ, ພ້ອມ​ທັງ​ຊ​ຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຍດ​ນາມ ແລະ ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ຈ໋າງ​ຕີ​ຈ໋ຽງ ຢັ້ງ​ຢືນ​ວ່າ: ການ​ຢ້ຽມ​ຢາມ​ແມ່​ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ 2 ພັກ, 2 ລັດ ກໍ່​ຄື​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດຂອງ 2 ປະ​ເທດ. ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ສະ​ໜັບ​ສະ​ໜູນ 2 ຝ່າຍ​ແລກ​ປ່ຽນ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ ແລະ ສ້າງ​ສັນ, ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ​, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ, ຄວ​ບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ... ສະ​ເໜີ​ໃຫ້ 2 ຝ່າຍ​ເຄົາ​ລົບ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພິ​ເສດ​ແມ່ນ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາບົນ​ທະ​ເລ”, ເຄົາ​ລົບ​ບັນ​ດາ​ຜົນ​ປະ​ໂຫຍດ​ເປັນ​ທຳ​ຂອງ​ກັນ​ເໝາະ​ສົມ​ກັບ​ສົນ​ທິ​ສັນ​ຍາ​​ກ່ຽວ​ກັບກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໃຫ້​ສືບ​ຕໍ່​ພ້ອມ​ກັບ​ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຕິ​ບັດ​​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (COC).

        ກ່ອນ​ໜ້ານັ້ນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ ຈີນ ໄດ້​ໄປ​ວາງ​ພວງ​ມາ​ລາ ແລະ ເຂົ້າ​​​ຄຳ​ນັບ​ສຸ​ສານ​ປະ​ທານ ໂຮ່​ຈີ​ມິນ.


ຂ່າວ/ບົດ​ອື່ນ