ປະທານສະພາແຫ່ງຊາດຫງວຽນທິກິມເງິນໃຫ້ການຕ້ອນຮັບ ແລະ ເຮັດວຽກກັບປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້.

(VOVWORLD) -ຕອນບ່າຍວັນທີ 5 ມີນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວນຳໜ້າ.
ປະທານສະພາແຫ່ງຊາດຫງວຽນທິກິມເງິນໃຫ້ການຕ້ອນຮັບ ແລະ ເຮັດວຽກກັບປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້. - ảnh 1ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.

ທີ່ການເຮັດວຽກ, ການນຳທັງສອງໄດ້ຕີລາຄາວ່າ ຕົ້ນປີ 2019, ທັງສອງຝ່າຍໄດ້ປະສານສົມທົບຈັດຕັ້ງກອງປະຊຸມກົມການເມືອງສູນກາງພັກ ລະຫວ່າງ ຫວຽດນາມ - ລາວ ແລະກອງປະຊຸມຄັ້ງທີ 41 ຄະນະກຳມະການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ - ລາວ ໂດຍນາຍົກລັດຖະມົນຕີທັງສອງປະເທດເປັນປະທານຮ່ວມໃຫ້ສຳເລັດຜົນ. ພິເສດແມ່ນການຢ້ຽມຢາມສັນຖະວະໄມຕີ ລາວ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ທີ່ຜ່ານມາເຊິ່ງບັນລຸໄດ້ຜົນງານເປັນຢ່າງດີ.

        ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໄດ້ຊົມເຊີຍປະເທດ ລາວ ທີ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນບັນດາຂົງເຂດຄື: ຄວາມໝັ້ນຄົງ - ການເມືອງ, ເສດຖະກິດ - ສັງຄົມ, ວັດທະນະທຳ - ການສຶກສາ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຍົກສູງຖານະຕຳແໜ່ງ, ອິດທິພົນຊື່ສຽງຂອງ ລາວ ໃນພາກພື້ນ ແລະ ໃນໂລກຢ່າງບໍ່ຢຸດຢັ້ງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳ, ນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ການບໍລິຫານຂອງລັດຖະບານ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະເທດລາວ ແລະ ປະຊາຊົນ ລາວ ຈະສືບຕໍ່ຜັນຂະຫຍາຍບັນດາຜົນງານທີ່ບັນລຸໄດ້ເປັນຢ່າງດີ, ຍາດເອົາໄຊຊະນະໃໝ່ ແລະ ຍິ່ງໃຫຍ່ກ່ວາອີກ.

        ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ໄດ້ປຶກສາຫາລືກ່ຽວກັບວຽກງານການຕິດຕາມກວດກາລວມລະຫວ່າງ ສະພາແຫ່ງຊາດສອງປະເທດສຳລັບເລື່ອງປະຕິບັດຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະ ການແສົມລົດບໍ່ຖືກກັບກົດໝາຍໃນເຂດຊາຍແດຍລະຫວ່າງສອງປະເທດໃນປີ2019. ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດສະເໜີວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ແບ່ງປັນການເຄື່ອນໄຫວຂອງສະພາປະຊາຊົນ, ປະສານສົມທົບສ້າງຄະນະປະຕິບັດງານລວມຂອງສອງປະເທດເພື່ອຕິດຕາມກວດກາບັນດາການເຄື່ອນໄຫວຢູ່ບັນດາດ່ານຊາຍແດນລະຫວ່າງສອງປະເທດແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນການຊຸກຍູ້ເພີ່ມວົງເງິນການຄ້າ ຫວຽດນາມ - ລາວ…


ຕອບກັບ

ຂ່າວ/ບົດ​ອື່ນ