ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດໂລກ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິນເຮັ້ວ ຈະເຂົ້າຮ່ວມບັນດາວາລະປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບບັນດາເນື້ອໃນສຳຄັນ ລວມມີການພັດທະນາແບບຍືນຍົງ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍໃນການຮ່ວມມືຕ້ານໂລກລະບາດໂຄວິດ 19....
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດໂລກ - ảnh 1


ປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຮັ້ວ (ພາບ:TTXVN)

ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ຈະຖືກຈັດຂຶ້ນຢູ່ວຽນ ປະເທດ ໂອຕາລິດ ແຕ່ວັນທີ 6-9 ກັນຍາຈະມາເຖິງ. ນີ້ແມ່ນກົນໄກການເຄື່ອນໄຫວໃໝ່, ພິເສດຂອງສະຫະພາບລັດຖະສະພາໂລກ (IPU). ຜ່ານການພົບປະຂັ້ນສູງລັດຖະສະພາ, ບັນດານັກສ້າງນິຕິກຳທົ່ວໂລກ ຈະປະກອບສຽງເວົ້າລວມ ພ້ອມກັບ ສປຊ ແກ້ໄຂບັນດາບັນຫາທົ່ວໂລກ. ຄາດວ່າ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະມີປະທານສະພາແຫ່ງຊາດ, ປະທານສະພາຕຳ, ສະພາສູງ 114 ທ່ານ, ຮອງປະທານສະພາແຫ່ງຊາດ 30 ທ່ານທີ່ມາຈາກ 104 ລັດຖະສະພາສະມາຊິກ IPU , ສະມາຊິກຮ່ວມສຳພັນ 7 ປະເທດ ແລະ  ນັກສັງເກດການຂອງ 10 ປະເທດ. ຄາດວ່າ ທ່ານປະທານສະພາແຫ່ງຊາດ ເວືອງດິນເຮັ້ວ ຈະນຳໜ້າຄະນະຜູ້ແທນຫວມຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ເຂົ້າຮ່ວມບັນດາວາລະປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບບັນດາເນື້ອໃນສຳຄັນ ລວມມີການພັດທະນາແບບຍືນຍົງ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍໃນການຮ່ວມມືຕ້ານໂລກລະບາດໂຄວິດ 19 ແລະ ການຟື້ນຟູຫຼັງໂລກລະບາດ, ການຫັນປ່ຽນພື້ນຖານເສດຖະກິດ…

ຕອບກັບ

ຂ່າວ/ບົດ​ອື່ນ