ປະ​ທ​ານ​ສະ​ຫະ​ພັນ​ແມ່​ຍິງ​ລາວ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ດ່າ​ນັ້ງ

(VOVWORLD) -ຕອນບ່າຍວັນທີ 1 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງປະເທດ ສປປ.ລາວ ໂດຍທ່ານນາງ ອິນລາວັນ ແກ້ວບຸນພັນ, ປະທານສະຫະພັນແມ່ຍິງ ລາວ, ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບການນຳຄະນະພັກນະຄອນ ດ່ານັ້ງ. 
ປະ​ທ​ານ​ສະ​ຫະ​ພັນ​ແມ່​ຍິງ​ລາວ ມາ​ຢ້ຽມ​ຢາມ ແລະ  ເຮັດ​ວຽກ​ຢູ່​ດ່າ​ນັ້ງ - ảnh 1ການນຳດ່ານັ້ງ ມອບຂອບຂວັນເປັນທີ່ລະນຶກໃຫ້ແກ່ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງ ລາວ (ພາບ: TTXVN)

ທີ່ການພົບປະກັບການນຳນະຄອນດ່ານັ້ງ, ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ຢັ້ງຢືນວ່າ ສະຫະພັນແມ່ຍິງລາວ ຍາມໃດກໍ່ສົມທົບກັບສະຫະພັນແມ່ຍິງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການເຄື່ອນໄຫວຮ່ວມມື, ມິດຕະພາບ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ. ທ່ານນາງ ອິນລາວັນ ແກ້ວບຸນພັນ ກໍ່ໃຫ້ຄຳໝັ້ນສັນຍາຈະຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ປະກອບສ່ວນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ນະຄອນດ່ານັ້ງ ກັບບັນດາແຂວງທາງພາກໃຕ້ - ພາກກາງລາວ ເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ແທດຈິງ, ນຳເອົາຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນ ແລະ ແມ່ຍິງສອງປະເທດ.

        ສ່ວນທ່ານ ຫງວຽນວັນກວາງ ເລຂາຄະນະພັກນະຄອນ ດ່ານັ້ງ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງສອງປະເທດຈະເພີ່ມທະວີການພົວພັນແລກປ່ຽນ, ແລກປ່ຽນບົດຮຽນປະສົບການ, ບຳລຸງສ້າງພະນັກງານ, ສົມທົບກັນຢ່າງຕັ້ງໜ້າຢູ່ເວທີປາໄສສາກົນ ແລະ ພາກພື້ນ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືລະຫວ່າງສອງຝ່າຍ, ສົມທົບກັນຈັດຕັ້ງການເຄື່ອນໄຫວ “ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ” ໃຫ້ເປັນຢ່າງດີ, ຜ່ານນັ້ນ ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວເວົ້າລວມ, ດ່ານັ້ງ - ບັນດາທ້ອງຖິ່ນລາວ ເວົ້າສະເພາະໃຫ້ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ