ປະທານາທິບໍດີ ຊີຣີ ​ໃຫ້​ຄຳໝັ້ນສັນຍາ ໃຫ້​ພາລະ​ກຳ​​ຂອງ​ທ່ານ Kofi Annan ສຳ​ເລັດຜົນ

ປະທານາທິບໍດີ ຊີຣີ ​ໃຫ້​ຄຳໝັ້ນສັນຍາ ໃຫ້​ພາລະ​ກຳ​​ຂອງ​ທ່ານ Kofi Annan ສຳ​ເລັດຜົນ - ảnh 1

ທ່ານ Kofi Annan

(ພາບ:tuoitre.vn)

( vovworld ) ວັນ​ທີ 29/3, ​ປະທານາທິບໍດີ ຊີຣີ Bashar al Assad ຢືນຢັນ​ວ່າ: ຊີຣີ ຈະ​ມານະ​ພະຍາຍາມ​ຢ່າງ​ສຸດ​ຂີດ ​ເພື່ອ​ເຮັດ​ໃຫ້​ພາລະ​ກຳ​ຂອງ​ທ່ານ Kofi Annan ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ-​ສະຫະພັນ​ອາຣັບ ສຳ​ເລັດ​ຜົນ, ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະຫງົບ​ປອດ​ໄພ ​ແລະ​ ຄວາມ​ມີ​ສະຖຽນ​ລະ​ພາບ​ຢູ່​ຊີຣີ ຄືນ​ໃໝ່. ກ່ອນ​ໜ້ານັ້ນ, ​ໃນ​ສານ​ສົ່ງ​ເຖິງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 4 ກຸ່ມ​ບັນດາ​​ເສດຖະກິດ​ທີ່​ຫາ​ກໍ​ພົນ​ເດັ່ນ​ຂຶ້ນ​ອັນ​ດັບ 1 ​ໃນ​ໂລກ ​ເມື່ອວັນ​ທີ 29/3, ​ປະທານາທິບໍດີ ຊີຣີ Bashar al Assad ​ໃຫ້​ຮູ້​ວ່າ ​ຈະ​ຈັດການ​ເຈລະຈາ​ແຫ່ງ​ຊາດ​ໂດຍ​ໄວ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທຸກໆ​ຝ່າຍ​ຢູ່​ຊີຣີ ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິທີ​ສ້າງຄວາມ​ສະຫງົບ​ປອດ​ໄພ ​ແລະ​ ຄວາມ​ມີ​ສະຖຽນ​ລະ​ພາບ​ຄືນ​ໃໝ່​ໃຫ້​ແກ່​ປະ​ເທດ​ຊາດ. ຕາມ​ທ່ານ Bashar al Assad ​ແລ້ວ, ​ເພື່ອ​ໃຫ້​ພາລະ​ກຳ​ຂອງ​ທູດ​ພິ​ເສດ​Kofi Annan ​ສຳ​ເລັດຜົນ, ຄວນ​ສຸມ​ກຳລັງ​ເພື່ອ​ຢຸດ​ຕິ​ທຸກໆ​ການ​ສະໜັບສະໜູນ​ລັດທິ​ກໍ່​ການ​ຮ້າຍ​ຢູ່ ຊີຣີ, ພິ​ເສດ​ແມ່ນ​ຈາກ​ບັນດາ​ປະ​ເທດ​ໄດ້​ປະກາດ​ອຸປະຖຳ ​ແລະ ປະກອບ​ອາວຸດ​ໃຫ້​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່ ຊີຣີ.

 

 

 

 

 

 

ຂ່າວ/ບົດ​ອື່ນ