ປະທານາທິບໍດີ ມຽນມາ ຕີລາຄາສູງການຮ່ວມມືກັບ ຫວຽດນາມ

(VOVWORLD) - ວັນທີ 30 ມັງກອນ, ທ່ານ ຫຼີກວັກຕ໊ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ມຽນມາ U Win Myint ຢູ່ນະຄອນຫລວງ Nay Pyi Taw.
ປະທານາທິບໍດີ ມຽນມາ ຕີລາຄາສູງການຮ່ວມມືກັບ ຫວຽດນາມ - ảnh 1 ພິທີຍື່ນສານຕາຕັ້ງ (ພາບ: TTXVN)

ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຫຼີກວັກຕ໊ວນ ໄດ້ມີການພົບປະກັບທ່ານປະທານາທິບໍດີ U Win Myint. ທີ່ການພົບປະ, ທ່ານປະທານາທິບໍດີ U Win Myint ໄດ້ຍົກໃຫ້ເຫັນບັນດາການຮ່ວມມືລະຫວ່າງ 2 ປະເທດ ຄືການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືລົງທຶນຂອງ ຫວຽດນາມ, ກໍ່ຄືບັນດາຂົງເຂດຮ່ວມມືອື່ນໆລະຫວ່າງ 2 ປະເທດໄດ້ຮັບການເພີ່ມທະວີ, ພັດທະນາຢ່າງດີງາມໃນໄລຍະຜ່ານມາ.

        ສ່ວນທ່ານເອກອັກຄະລັດຖະທູດ ຫຼີກວັກຕ໊ວນ ໄດ້ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ຝ່າຍແມ່ນພື້ນຖານ ເພື່ອສືບຕໍ່ການພັດທະນາບັນດາຂົງເຂດຮ່ວມມືລະຫວ່າງ ຫວຽດນາມ - ມຽນມາ ຢ່າງແຮງ, ເປັນຕົ້ນແມ່ນເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ