ປະທານາທິບໍດີ ລັດເຊຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ ພວມມີການກະທຳຢຸດຕິຊົ່ວຄາວການເຄື່ອນໄຫວທາງອິນເຕີແນັດໃນບັນດາພື້ນຖານໂຄງລ່າງຂໍ້ມູນຂ່າວສານສຳຄັນຂອງລັດເຊຍ 

ວັນທີ 20 ພຶດສະພາ, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ກ່າວເຕືອນບາງເຫດບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ ໂດຍຕ່າງປະເທດປະຕິບັດ ເພື່ອເລັ່ງໃສ່ລັດເຊຍ ທີ່ພວມເພີ່ມຂຶ້ນ ແລະ ມົດສະກູ ຄວນຍົກສູງກຳລັງຄວາມສາມາດປ້ອງກັນທາງເຄືອຂ່າຍອິນເຕີແນັດ ດ້ວຍວິທີຈຳກັດການນຳໃຊ້ຊອບແວ ແລະ ຮາດແວ ຂອງປະເທດນີ້.

ກ່າວຄຳເຫັນທີ່ການຖະແຫລງຂ່າວກັບສະພາປ້ອງກັນຄວາມສະຫງົບ ລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ ພວມມີການກະທຳຢຸດຕິຊົ່ວຄາວການເຄື່ອນໄຫວທາງອິນເຕີແນັດໃນບັນດາພື້ນຖານໂຄງລ່າງຂໍ້ມູນຂ່າວສານສຳຄັນຂອງລັດເຊຍ . ທ່ານຍັງໃຫ້ຮູ້ວ່າ: ເປົ້າໝາຍຂອງເຫດບຸກໂຈມຕີ  ສ່ວນຫລາຍແມ່ນເລັ່ງໃສ່ບັນດາພາຫະນະສື່ສານ ແລະ ອົງການການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ