ປະທານາທິບໍດີ ສ. ເກົາຫຼີ ຢ້ຽມຢາມ ອາເມລິກາ

(VOVWORLD) - ເຈົ້າໜ້າທີ່ທ່ານໜຶ່ງຂອງຫ້ອງວ່າການປະທານາທິບໍດີ ສ. ເກົາຫຼີ ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ວັນທີ 22 ພຶດສະພາ, ການນຳ 2 ປະເທດ ສ. ເກົາຫຼີ ແລະ ອາເມລິກາ ໄດ້ພົບປະລັບປະມານ 30 ນາທີ...
ປະທານາທິບໍດີ ສ. ເກົາຫຼີ ຢ້ຽມຢາມ ອາເມລິກາ - ảnh 1 ທ່ານປະທານາທິບໍດີ ສ. ເກົາຫຼີ ແລະ ພັນລະຍາ

ວັນທີ 21 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jea – in ໄດ້ໄປເຖິງວໍຊິງຕັນ ເພື່ອເຈລະຈາກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Donald Trump ກ່ຽວກັບບັນດາຍຸດທະສາດກະກຽມໃຫ້ການພົບປະຂັ້ນສຸດຍອດກັບການນຳ ສປປ ເກົາຫຼີ Kim Jong – un ຈະມາເຖິງ. ເຈົ້າໜ້າທີ່ທ່ານໜຶ່ງຂອງຫ້ອງວ່າການປະທານາທິບໍດີ ສ. ເກົາຫຼີ ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ວັນທີ 22 ພຶດສະພາ, ການນຳ 2 ປະເທດ ສ. ເກົາຫຼີ ແລະ ອາເມລິກາ ໄດ້ພົບປະລັບປະມານ 30 ນາທີກ່ອນທີ່ດຳເນີນການເຈລະຈາຢ່າງເປັນທາງການ. ມີພຽງບັນດານັກແປພາສາໄດ້ເຂົ້າຮ່ວມການພົບປະລັບນີ້ເທົ່ານັ້ນ. ຕາມເຈົ້າໜ້າທີ່ບໍ່ເຜີຍຊື່ແລ້ວ, “ການພົບປະລັບນີ້ອາດຈະແມ່ນໂອກາດເພື່ອໃຫ້ການນຳ  2 ທ່ານແບ່ງປັນຄວາມຄິດຂອງເຂົາເຈົ້າ” ແລະ ນີ້ແມ່ນປັດໄຈສຳຄັນ.

        ແລະ ກໍ່ໃນວັນດຽວກັນ, ອົງການສື່ສານທຳນຽບຂາວ ໄດ້ແນະນຳເງິນຫຼຽນທີ່ລະນຶກ ມີຮູບຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫຼີ Kim Jong – un ເນື່ອງໃນໂອກາດການນຳ 2 ທ່ານກະກຽມຈະມີການພົບປະຄັ້ງປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ