ປະທານາທິບໍດີ ສ ເກົາຫຼີ ແຕ່ງຕັ້ງການນຳປ້ອງກັນຄວາມສະຫງົບ ແລະ ການເງິນ

ປະທານາທິບໍດີ ສ ເກົາຫຼີ ແຕ່ງຕັ້ງການນຳປ້ອງກັນຄວາມສະຫງົບ ແລະ ການເງິນ - ảnh 1
ທ່ານ​ນາງ​ປະທານາທິບໍດີຄົນ​ໃໝ່ ສ ​ເກົາຫຼີ Park Geun Hye
(ພາບ: ອີນເຕີເນັດ)

(vovworld) – ວັນ​ທີ 2/3, ທ່ານ​ນາງ​ປະທານາທິບໍດີຄົນ​ໃໝ່ ສ ​ເກົາຫຼີ Park Geun Hye ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ເງິນ​ຂັ້ນ​ສູງ ບາງ​ຄົນ. ຕາມ​ນັ້ນ​ແລ້ວ, ທ່ານ​ອະ​ດິດ​ເສນາ​ທິການ​ໃຫຍ່​ທະ​ຫານ​ບົກ Nam Jae – joon ​ໄດ້​ຮັບ​ເລື​ອກ​ເປັນ​ຫົວໜ້າ​ອົງການ​ສືບ​ລາຊະການ​ລັບ​ແຫ່ງ​ຊາດ, ທ່ານ​ຮອງ​ລັດຖະມົນຕີ​ທີ 1 ກະຊວງ​ແຜນການ ​ແລະ ການ​​ເງິນ Shin Je yoon ​ໄດ້​ຮັບ​​ແຕ່ງ​ຕັ້ງ​ເປັນ​ປະທານ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ທີ 2 ກະຊວງ​ແຜນການ ​ແລະ ການ​​ເງິນ Kim Dong Yeon ຈະ​ເປັນ​ຫົວ​ໜ້າ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ. ທ່ານ​ນາງ​ປະທານາທິບໍດີ Park Geun Hye ຈະ​ຮຽກຮ້ອງ​​ໃຫ້​ມີການ​ກວດກາຖານະ​ນິຕິບຸກຄົນ ​ແລະ ຄວາມ​ສາມາດ​ຂອງ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລື​ອກຕັ້ງ​ນີ້​ໃນ​ທ້າຍ​ອາທິດ​ໜ້າ.

ຂ່າວ/ບົດ​ອື່ນ