ປະທານາທິບໍດີ ອິນໂດເນເຊຍ ຢ້ຽມຢາມ ສິງກະໂປ

(VOVWORLD) - ຫ້ອງວ່າການລັດຖະບານນາຍົກລັດຖະມົນຕີ ສິງກະໂປ ຖະແຫຼງວ່າ ໃນລະຫວ່າງວັນທີ 8 – 9 ຕຸລາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະໄປຢ້ຽມຢາມ ສິງກະໂປ ແລະ ເຂົ້າຮ່ວມກອງປະຊຸມເຈລະຈາວົງແຄບ ກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ຫຼີຊຽນຫຼົງ. 
ປະທານາທິບໍດີ ອິນໂດເນເຊຍ ຢ້ຽມຢາມ ສິງກະໂປ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ຫຼີຊຽນຫຼົງ (ພາບ: Straits Times)

  ນີ້ແມ່ນກອງປະຊຸມເຈລະຈາວົງແຄບ ຄັ້ງທີ 4 ລະຫວ່າງການນໍາສອງປະເທດ ແລະ ກໍແມ່ນຄັ້ງທໍາອິດ ນັບແຕ່ເມື່ອທ່ານ Joko Widodo ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄືນໃໝ່. ຄາດວ່າໃນຂອບເຂດຂອງກອງປະຊຸມເຈລະຈາ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ  ແລະ ທ່ານປະທານາທິບໍດີ Joko Widodo ຈະປຶກສາຫາລືກ່ຽວກັບວິວັດການພັດທະນາການພົວພັນລະຫວ່າງສອງປະເທດ ແລະ ສືບຕໍ່ຕິດຕາມບັນດາເນື້ອໃນ ທີ່ໄດ້ເຕື້ອງເຖິງໃນກອງປະຊຸມເຈລະຈາວົງແຄບ ທີ່ດໍາເນີນເມື່ອເດືອນຕຸລາ ປີ 2018 ຢູ່ ບາລີ, ປະເທດ ອິນໂດເນເຊຍ.

        ຫ້ອງວ່າການນາຍົກລັດຖະມົນຕີສິງກະໂປ ຊີ້ແຈ້ງວ່າ ການນໍາສອງປະເທດ ຈະປຶກສາຫາລືວິທີການເພີ່ມທະວີການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ວັດທະນະທໍາສັງຄົມ ແລະ ຄວາມໝັ້ນຄົງ ໃຫ້ຫຼາຍກວ່າອີກ. ນອກຈາກນັ້ນ, ການນໍາສອງທ່ານກໍເປັນສັກຂີພິຍານພິທີລົງນາມໃນສົນທິສັນຍາລະຫວ່າງ ສິງກະໂປ ແລະ ອິນໂດເນເຊຍ ກ່ຽວກັບການແລກປ່ຽນຂໍ້ມູນເອເລັກໂຕນິກ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ແລະ ຮັບປະກັນການພົວພັນດ້ານການຄ້າ ກໍຄື ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະຫວ່າງບັນດາອົງການສໍາເນົາເອກະສານ.


ຕອບກັບ

ຂ່າວ/ບົດ​ອື່ນ