ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເລືອກ​ເອົາ​ບຸກ​ຄະ​ລາ​ກອນ​ໃຫ້​​ສະ​ພາ​ປ້ອງກັນຄວາມສະຫງົບ ​ແຫ່ງ​ຊາດ

(VOVWORLD) - ທ່ານນາງ Neuberger, ປັດຈຸບັນພວມຮັກສາຕຳແໜ່ງຜູ້ອຳນວຍການອົງການເຄືອຂ່າຍອິນເຕີແນັດ ຢູ່ NSA ແລະ ຈະດຳລົງຕຳແໜ່ງເປັນຮອງທີ່ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດກ່ຽວກັບເຕັກໂນໂລຢີເຄືອຂ່າຍອິນເຕີແນັດ
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເລືອກ​ເອົາ​ບຸກ​ຄະ​ລາ​ກອນ​ໃຫ້​​ສະ​ພາ​ປ້ອງກັນຄວາມສະຫງົບ ​ແຫ່ງ​ຊາດ - ảnh 1ທ່ານນາງ Anne Neuberger ຫົວໜ້າພາກສ່ວນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຢູ່ສະພາປ້ອງກັນຄວາມສະຫງົບແຫ່ງຊາດ (ພາບ: compsmag.com)

ວັນທີ 13 ມັງກອນ, ໜ່ວຍງານປ່ຽນຜ່ານຂອງທ່ານ Joe Biden ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໄດ້ປະກາດ 3 ການຄັດເລືອກທີ່ສຳຄັນຕໍ່ຖັນແຖວພະນັກງານໃນຂົງເຂດປ້ອງກັນຄວາມສະຫງົບແຫ່ງຊາດ, ລວມມີການບົ່ງຕົວທ່ານນາງ Anne Neuberger ເຈົ້າໜ້າທີ່ແຖວໜ້າຂອງອົງການປ້ອງກັນຄວາມສະຫງົບແຫ່ງຊາດ (NSA), ຮັກສາບົດບາດຮັບດຳລົງຕຳແໜ່ງຫົວໜ້າພາກສ່ວນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຢູ່ສະພາປ້ອງກັນຄວາມສະຫງົບແຫ່ງຊາດ.

        ທ່ານນາງ Neuberger, ປັດຈຸບັນພວມຮັກສາຕຳແໜ່ງຜູ້ອຳນວຍການອົງການເຄືອຂ່າຍອິນເຕີແນັດ ຢູ່ NSA ແລະ ຈະດຳລົງຕຳແໜ່ງເປັນຮອງທີ່ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດກ່ຽວກັບເຕັກໂນໂລຢີເຄືອຂ່າຍອິນເຕີແນັດ,  ໂດຍແມ່ນຕຳແໜ່ງທີ່ຫາກໍ່ໄດ້ສ້າງຕັ້ງຂຶ້ນ ໃນສະພາບການອາເມລິກາພວມສືບຕໍ່ຕ້ອງປະເຊີນໜ້າກັບບັນດາເຫດບຸກໂຈມຕີໃສ່ລະບົບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ໜ່ວຍງານໃໝ່ຂອງ ທ່ານ Joe Biden ກໍ່ໄດ້ປະກາດກ່ຽວກັບການຄັດເລືອກທ່ານນາງ Elizabeth Sherwood-Randall ອະດີດຮອງລັດຖະມົນຕີກະຊວງພະລັງງານ ເປັນ ຮອງຜູ້ທີ່ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດ ທັງເປັນຜູ້ທີ່ປຶກສາການປ້ອງກັນຄວາມສະຫງົບພາຍ ພາຍໃນປະເທດ. ໃນຂະນະນັ້ນ, ທ່ານ Russ Travers, ອະດີດຜູ້ຮັກສາຕຳແໜ່ງຜູ້ອຳນວຍການສູນຕ້ານກໍ່ການຮ້າຍແຫ່ງຊາດ ໄດ້ຮັບການບົ່ງຕົວຮັບດຳລົງຕຳແໜ່ງຮອງຜູ້ທີ່ປຶກສາການປ້ອງກັນຄວາມສະຫງົບພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ