ປະທານາທິບໍດີ ອາເມລິກາ ເຊື່ອໝັ້ນວ່າ ສະພາແຫ່ງຊາດຈະຮັບຮອງເອົາຂໍ້ຕົກລົງໜີ້ສາທາລະນະລະດັບເພດານ

(VOVWORLD) - ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານສະພາຕ່ຳ Kevin McCarthy ບັນລຸໄດ້ “ຄວາມເຫັນດີດ້ານຫຼັກການ” ສຳລັບເລື່ອງຍົກເລີກການກຳນົດໜີ້ສາທາລະນະຊົ່ວຄາວ
ປະທານາທິບໍດີ ອາເມລິກາ ເຊື່ອໝັ້ນວ່າ ສະພາແຫ່ງຊາດຈະຮັບຮອງເອົາຂໍ້ຕົກລົງໜີ້ສາທາລະນະລະດັບເພດານ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານສະພາຕ່ຳ Kevin McCarthy
(ພາບ: AP)

        ວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ, ທ່ານມີຄວາມເຊື່ອໝັ້ນວ່າ ສະພາແຫ່ງຊາດຈະຮັບຮອງເອົາຂໍ້ຕົກລົງໜີ້ສາທາລະນະລະດັບເພດານ ເຊິ່ງທ່ານບັນລຸໄດ້ກັບທ່ານປະທານສະພາຕ່ຳ Kevin McCarthy.

        ວັນທີ 27 ພຶດສະພາ, ພາຍຫຼັງການເຈລະຈາຫຼາຍຄັ້ງ, ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານສະພາຕ່ຳ Kevin McCarthy ບັນລຸໄດ້ “ຄວາມເຫັນດີດ້ານຫຼັກການ” ສຳລັບເລື່ອງຍົກເລີກການກຳນົດໜີ້ສາທາລະນະຊົ່ວຄາວ, ພ້ອມທັງຫຼຸດຜ່ອນບາງບ້ວງລາຍຈ່າຍຂອງລັດຖະບານສະຫະລັດພາບໃນເວລາ 2 ປີ. ຕາມນັ້ນແລ້ວ, ເລື່ອງກູ້ຢືມເງິນຂອງລັດຖະບານ ອາເມລິກາ ຈະໄດ້ຮັບອະນຸຍາດໃຫ້ລື່ນລະດັບເພດານ 31,4 ພັນຕື້ USD ຮອດເດືອນ ມັງກອນ 2025, ໝາຍຄວາມວ່າພາຍຫຼັງການປ່ອນປັດເລືອກຕັ້ງປະທານາທິບໍດີຄັ້ງຕໍ່ໄປຢູ່ປະເທດນີ້. ຂໍ້ຕົກລົງບັນລຸໄດ້ກ່ອນ ພຽງ 2-3 ວັນທີ່ຈະຮອດການກຳນົດເວລາປະເທດ ອາເມລິກາ ຈະໝົດເງິນເພື່ອຊຳລະບ້ວງໜີ້, ຕາມການແຈ້ງເຕືອນຂອງກະຊວງການເງິນແມ່ນວັນທີ 05 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ