ປະທານາທິບໍດີ ໂຮມາເນຍ ຮຽກຮ້ອງໃຫ້ ນາໂຕ ແລະ ລັດເຊຍ ຫຼຸດຜ່ອນຄວາມເຄັ່ງຕຶງ

(VOVWORLD) -ທ່ານປະທານາທິບໍດີ Iohannis ກໍ່ສະແດງຄວາມຫວັງວ່າ ລັດເຊຍ ແລະ ຢູແກຼນ ຈະເດີນຕາມບັນດາການເຈລະຈາ.
ປະທານາທິບໍດີ ໂຮມາເນຍ ຮຽກຮ້ອງໃຫ້ ນາໂຕ ແລະ ລັດເຊຍ ຫຼຸດຜ່ອນຄວາມເຄັ່ງຕຶງ - ảnh 1 ທ່ານປະທານາທິບໍດີ ໂຮມາເນຍ Klaus Iohannis
(ພາບ: Reuters)

ຕາມສຳນັກຂ່າວສານ Sputnik ແລ້ວ, ວັນທີ 23 ກັນຍາ, ທ່ານປະທານາທິບໍດີ ໂຮມາເນຍ Klaus Iohannis ຢືນຢັນວ່າ ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ບໍ່ມີແຜນການເຂົ້າຮ່ວມສົງຄາມກັບ ລັດເຊຍ ທີ່ກ່ຽວຂ້ອງເຖິງສະພາບການຢູ່ ຢູແກຼນ ແລະ ສຳພັນທະມິດການທະຫານນີ້ ແລະ ຫວັງວ່າທັງ 2 ຝ່າຍຈະຫຼຸດຜ່ອນຄວາມເຄັ່ງຕຶງລົງ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ອາເມລິກາ, ທ່ານປະທານາທິບໍດີ Iohannis ກໍ່ສະແດງຄວາມຫວັງວ່າ ລັດເຊຍ ແລະ ຢູແກຼນ ຈະເດີນຕາມບັນດາການເຈລະຈາ.

ໃນເຫດການທີ່ກ່ຽວຂ້ອງ, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Sputnik ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto ໃຫ້ຂໍ້ສັງເກດວ່າ ຄວາມສ່ຽງເກີດຄວາມເຄັ່ງຕຶງລະຫວ່າງບັນດາປະເທດສະມາຊິກ NATO ແລະ ລັດເຊຍ ເພີ່ມຄວາມເຄັ່ງຕຶງກາຍເປັນການປະທະກັນ ຈະຄົງຕົວຢູ່ເມື່ອວິກິດການຢູ່ ຢູແກຼນ ຍັງສືບຕໍ່ເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ