ປະທານາທິບໍດີ ປາແລດສະຕີນ Mahmoud Abbas
ພາບ:TTXVN
|
(vovworld)- ກ່າວຄຳເຫັນກັບນັກຂ່າວພາຍຫລັງພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່ ນະຄອນ Ramallah, ປະທານາທິບໍດີ ປາແລດສະຕີນ Mahmoud Abbas ໃຫ້ຄຳໝັ້ນສັນຍາ ຈະເຊື່ອມຕໍ່ການເຈລະຈາສັນຕິພາບກັບ ອິດສະຣາແອນ ບົນພື້ນຖານບັນດາຂໍ້ລິເລີ່ມສັນຕິພາບ ອາຣັບ ແລະ ບັນດາມະຕິຂອງ ສປຊ. ທ່ານປະທານາທິບໍດີ Abbas ຢືນຢັນວ່າ: ອິດສະຣາແອນ ບໍ່ສາມາດບັນລຸສັນຕິພາບຜ່ານບັນດາມາດຕະການລົງໂທດຕ້ານ ປາແລດສະຕີນ ຫລື ບັນດາມາດຕະການຈຳແນກເຜົ່າພັນ ແລະ ສືບຕໍ່ກັກຂັງນັກໂທດນັບພັນໆຄົນ. ການນຳ ອຳນາດການປົກຄອງ ປາແລດສະຕີນ ໄດ້ແລກປ່ຽນຄຳເຫັນ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ກ່ຽວກັບບັນດາການຜັນແປ່ຫລ້າສຸດກ່ຽວຂ້ອງເຖິງວິວັດທະນາການສັນຕິພາບ ແລະ ບັນດາຄວາມມານະພະຍາຍາມຂອງທ່ານໃນການຊອກຫາມະຕິສະບັບຫນຶ່ງຂອງ ສະພາຄວາມໝັ້ນຄົງ ສປຊ. ທ່ານ Abbas ກ່າວປະນາມຢ່າງແຮງຕໍ່ເຫດການຈັບຄຸ້ມຂັງຕົວປະກັນ ຍີ່ປຸ່ນ 2 ຄົນ ແລະ ຢືນຢັນວ່າ ບັນດາການກະທຳດັ່ງກ່າວແມ່ນ ລະເມີດທຸກຄຸນຄ່າຄຸນສົມບັດ ແລະ ມະນຸດສະທຳ.