ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ ປະ​ກາດ​ຄະ​ນະ​ລັດ​ຖະບານຊຸດ​ໃໝ່

(VOVWORLD) -ທ່ານ Emmanuel Macron ປະທານາທິບໍດີຝລັ່ງ ຄາດວ່າຈະປະກາດສະມາຊິກຂອງຄະນະລັດຖະບານຊຸດໃໝ່ໃນວັນທີ 6 ກໍລະກົດ, ພາຍຫຼັງ ແຕ່ງຕັ້ງທ່ານ Jean Castex ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້.
ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ ປະ​ກາດ​ຄະ​ນະ​ລັດ​ຖະບານຊຸດ​ໃໝ່ - ảnh 1ທ່ານ Emmanuel Macron ປະທານາທິບໍດີຝລັ່ງ (ພາບ: TTXVN) 

ຕາມແຫຼ່ງຂ່າວໜຶ່ງໄດ້ຊີ້ແຈ້ງວ່າ, ຄະນະລັດຖະບານຊຸດໃໝ່ຈະລວມມີລັດຖະມົນຕີ 20 ທ່ານ. ບັນດາລັດຖະມົນຕີຈະໄດ້ຮັບການແຕ່ງຕັ້ງໃນ ໄລຍະທີ 2.

ຂ່າວຄາວດັ່ງກ່າວໄດ້ຍົກອອກໃນສະພາບການເວທີການເມືອງຂອງຝລັ່ງພວມດຶງດູດຄວາມສົນໃຈຂອງຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພາຍຫຼັງ ທ່ານ Edouard Philippe ຂໍລາອອກຈາກຕຳແໜ່ງເປັນນາຍົກລັດຖະມົນຕີ ແບບບໍ່ຄາດຄິດໃນວັນທີ 3 ກໍລະກົດທີ່ຜ່ານມາ. ຫຼັງຈາກນັ້ນທ່ານ Emmanuel Macron  ໄດ້ ບົ່ງຕົວ ທ່ານ Jean Castex ດຳລົງຕຳແໜ່ງນາຍົກລັດຖະມົນຕີແທນທ່ານ Philippe ແລະ ສ້າງຕັ້ງລັດຖະບານຊຸດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ