ປະທານາທິບໍດີຢູແກຼນສະແດງຄວາມປະທັບໃຈຕໍ່ບັນດາຜົນງານຂອງຫວຽດນາມ

(VOVWORLD) -ທ່ານປະທານາທິບໍດີ Volodymyr Zelensky ໄດ້ເຊື້ອເຊີນທ່ານປະທານປະເທດ ຫງວຽນຝູຈ້ອງ ມາຢ້ຽມຢາມ ຢູແຫຼນ ໃນເດືອນ ສິງຫາ 2021 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເອກະລາດຂອງຢູແຫຼນ.
ປະທານາທິບໍດີຢູແກຼນສະແດງຄວາມປະທັບໃຈຕໍ່ບັນດາຜົນງານຂອງຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງແທັກ ແລະທ່ານປະທານາທິບໍດີຢູແຫຼນ Volodymyr Zelensky
(ພາບ: TTXVN)

ຕອນບ່າຍວັນທີ 04 ມີນາ, ຢູ່ນະຄອນຫຼວງ Kiev, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ຫງວຽນຮົ່ງແທັກ ໄດ້້ຍືນສານຕາຕັ້ງຕໍ່ປະທານາທິບໍດີຢູແຫຼນ Volodymyr Zelensky. ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ມີການພົບປະກັບປະທານາທິດບດີຢູແກຼນ. ທີ່ການພົບປະ, ທ່ານປະທານາທິບໍດີ Volodymyr Zelensky ໄດ້ເຊື້ອເຊີນທ່ານປະທານປະເທດ ຫງວຽນຝູຈ້ອງ ມາຢ້ຽມຢາມ ຢູແຫຼນ ໃນເດືອນ ສິງຫາ 2021 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເອກະລາດຂອງຢູແຫຼນ. ພ້ອມທັງໄດ້ຂອບອົກຂອບໃຈຫວຽດນາມ ທີ່ໄດ້ຊ່ວຍວັດຖຸອຸປະກອບດ້ານສາທາລະນະສຸກໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ແກ່ຢູແຫຼນ. ທ່ານປະທານາທິບໍດີ Volodymyr Zelensky ປາດຖະໜາຢາກຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນໃນການຜະລິດວັກຊິນ, ການຄ້າ ແລະ ວັດທະນະທຳ. ທ່ານປະທານາທິບໍດີ Volodymyr Zelensky ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທັກ ຈົ່ງມີອາຍຸການບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ