ປະທານາທິບໍດີສ.ເບລາຣຸດເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ

ປະທານາທິບໍດີສ.ເບລາຣຸດເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເບ​ລາ​ຣຸດ Aleksandr Grigorievich Lukashenko
(ພາບ: AP)

(vovworld) - ​​ວັນ​ທີ 08/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເບ​ລາ​ຣຸດ Aleksandr Grigorievich Lukashenko ມາ​ຮອດ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 08 – 09/12, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ສ​ສ.ຫວຽດ​ນາມ ເຈືອງ​ເຕີນ​ຊາງ. ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ຄັ້ງ​ນ​ີ້ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເບ​ລາ​ຣຸດ ແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ​້​ສາ​ຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງຫວຽດ​ນາມ - ເບ​ລາ​ຣຸດ, ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ; ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜ​ູ້​ແທນ​​ຂັ້ນ​ສູງ ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ການ​ນຳ 2 ປະ​ເທ​ດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ​້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນ​ີ້, 2 ຝ່າຍ​ໄດ້​ທົບ​ທວນ​ຄື​ນ​ສະ​ພາບ​ການ​ຮ່ວມ​ມື ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້​ນ​ສູງ​ທີ່​ບັນ​ລຸ​ໄດ​້​ແລ້ວ; ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ ແລະ ວ​ິ​ທີ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ພາຍ​ຫຼັງ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນ​າມ - ພັນ​ທະ​ມິດເສດ​ຖະ​ກິດ​ອາ​ຊີ - ​ເອີ​ລົບ ມີ​ຜົນ​ສັກ​ສິດ; ສືບ​ຕໍ່​ສົມ​ທົບ​ກັນ​ເຄື່ອນ​ໄຫວ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ.

ຂ່າວ/ບົດ​ອື່ນ