ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Biden ເຊັນ​ລັດ​ຖະ​ດຳ​ລັດ​ກູ້​ຊ່ວຍ​ເສດ​ຖະ​ກິດ 2 ສະ​ບັບ

(VOVWORLD) - ວັນທີ 22 ມັງກອນ, ປະທານາທິບໍດີອາເມລິກາ Joe Biden ໄດ້ເຊັນລັດຖະດຳລັດສບໍລິຫານ 2 ສະບັບ.
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Biden ເຊັນ​ລັດ​ຖະ​ດຳ​ລັດ​ກູ້​ຊ່ວຍ​ເສດ​ຖະ​ກິດ 2 ສະ​ບັບ - ảnh 1ປະທານາທິບໍດີອາເມລິກາ Joe Biden ເຊັນລັດຖະດຳລັດຢູ່ທຳນຽບຂາວເມື່ອວັນທີ 21/1/2021 ( ພາບ: AFP/TTXVN)


  ສະບັບທີ 1 ກ່ຽວຂ້ອງເຖິງການເປີດກ້ວາງ ການໜູນຊ່ວຍສະບຽງອາຫານໃຫ້ແກ່ຊາວອາເມລິກາ ຜູ້ມີລາຍຮັບຕ່ຳ ແລະ ຊຸກຍູ້ການເພີ່ມລະດັບເງິນເດືອນພື້ນຖານໃຫ້ແກ່ພາລະກອນສະຫະລັດ. ຕາມນັ້ນແລ້ວ, ກະຊວງກະສິກຳອາເມລິກາ ຈະພິຈາລະນາດຳເນີນບັນດາມາດຕະການໂດຍທັນທີ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກກ່ວາໝູ່ ໄດ້ຮັບການໜູນຊ່ວຍດ້ານໂພສະນາການ ແລະ ສະບຽງອາຫານຫຼາຍກ່ວາອີກ. ທ່ານປະທານາທິບໍດີອາເມລິກາ Joe Biden ຖືວ່າ ລັດຖະບານຕ້ອງມີການກະທຳ “ເດັດຂາດ ແລະ ຫານກ້າ” ເພື່ອໜູນຊ່ວຍຊາວອາເມລິກາ ຜູ້ທີ່ບໍ່ມີວຽກເຮັດງານທຳ ແລະ ປະສົບກັບຄວາມຫຍຸ້ງຍາກໃນຊີວິດປະຈຳວັນ. ໄລ່ຮອດຕົ້ນເດືອນມັງກອນປີ 2021, ມີຊາວອາເມລິກາ ເກືອບ 16 ລ້ານຄົນບໍ່ມີວຽກເຮັດງານທຳຍ້ອນໂລກລະບາດ ຊື່ງໄດ້ເຮັດໃຫ້ຫຼາຍຄອບຄົວປະສົບກັບຄວາມຫຍຸ້ງຍາກ.

   ໃນລັດຖະດຳລັດສະບັບທີ 2 ທ່ານ Joe Biden ໄດ້ຟື້ນຟູສິດເຈລະຈາລວມໝູ່ ແລະ ປົກປ້ອງບັນດາພາລະກອນສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ