ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຝາກ​ຈົດ​ໝາຍ​ຂອບ​ໃຈ​ປະ​ທານ​ປະ​ເທດ​ຫງວຽດ​ນາມ ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

(VOVWORLD) - ຫວ່າງແລ້ວນີ້,  ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຝາກຈົດໝາຍຂອບໃຈປະທານປະເທດຫງວຽນຊວັນຝຸກ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ.

     ຫວ່າງແລ້ວນີ້,  ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຝາກຈົດໝາຍຂອບໃຈປະທານປະເທດຫງວຽນຊວັນຝຸກ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ສອງປະເທດຫວຽດນາມ ແລະ ອາເມລິກາ ຈະເພີ່ມທະວີການຮ່ວມມືໃນການຮັບມືກັບບັນຫາປ່ຽນແປງຂອງດິນຟ້າອາກາດ.

   ໃນຈົດໝາຍ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດຫງວຽນຊວັນຝຸກ ເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ, ພິເສດແມ່ນບົດປະກອບຄຳເຫັນເລິກເຊິ່ງ ຂອງທ່ານປະທານປະເທດ ກ່ຽວກັບບັນດາຜົນປະໂຫຍດດ້ານເສດຖະກິດ ຂອງການກະທຳດິນຟ້າອາກາດ ແລະ ຄວາມສຳຄັນຂອງການຮັບປະກັນວ່າ ທຸກປະເທດຈະມີການກະທຳ. ທ່ານປະທານາທິບໍດີອາເມລິກາ Joe Biden ກໍ່ປາດຖະໜາຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ