ປະທານາທິບໍດີອາເມລິກາຮຽກຮ້ອງໃຫ້ FED ຫຼຸດຜ່ອນອັດຕາດອກເບ້ຍ

(VOVWORLD) -ໃນຫຼາຍເດືອນຜ່ານມາ, ທ່ານ D.Trump ໄດ້ຮຽກຮ້ອງໃຫ້ FED ຫຼຸດຜ່ອນອັດຕາດອກເບ້ຍເພື່ອໜູນຊ່ວຍພື້ນຖານເສດຖະກິດ.

ວັນທີ 07 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ທະນາຄານສະສົມເງິນຕາສະຫະລັດ (FED) ຕ້ອງຫຼຸດຜ່ອນອັດຕາດອກເບ້ຍພື້ນຖານ “ຢ່າງແຮງ ແລະ ໄວກວ່າ” ເພື່ອຍົກສູງຄວາມສາມາດແກ່ງແຍ້ງຂອງປະເທດນີ້ກັບບັນດາປະເທດອື່ນ.

        ກ່ອນໜ້ານັ້ນ, ໃນຫຼາຍເດືອນຜ່ານມາ, ທ່ານ D.Trump ໄດ້ຮຽກຮ້ອງໃຫ້ FED ຫຼຸດຜ່ອນອັດຕາດອກເບ້ຍເພື່ອໜູນຊ່ວຍພື້ນຖານເສດຖະກິດ. ວົງການນັກໄຈ້ແຍກຖືວ່າ, ການກະທຳດັ່ງກ່າວຂອງທ່ານປະທານາທິບໍດີ D.Trump ເມື່ອຕົ້ນອາທິດແລ້ວນີ້, ກ່ຽວກັບຈັດວາງອັດຕາພາສີ 10% ສຳລັບປະລິມານສິນຄ້າທີ່ນຳເຂົ້າຈາກຈີນ ທີ່ມີມູນຄ່າ 300 ຕື້ USD ນັ້ນ, ອາດຈະບັງຄັບໃຫ້ FED ຫຼຸດຜ່ອນອັດຕາດອກເບ້ຍລົງຫຼາຍກວ່າລະດັບທີ່ໄດ້ຄາດຄະເນໄວ້ເພື່ອປົກປ້ອງພື້ນຖານເສດຖະກິດຕໍ່ໜ້າຄວາມສ່ຽງທີ່ກ່ຽວຂ້ອງເຖິງນະໂຍບາຍການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ