ປະທານາທິບໍດີອາເມລິກາແລະການນຳສປປ.ເກົາຫຼີພົບປະຢູ່ເຂດ DMZ

(VOVWORLD) -ຕອນບ່າຍວັນທີ 30 ມິຖຸນາ, ຢູ່ເຂດປອດການທະຫານ (DMZ) ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ພົບປະ ແລະ ຈັບມືກັນ.

ປະທານາທິບໍດີອາເມລິກາແລະການນຳສປປ.ເກົາຫຼີພົບປະຢູ່ເຂດ DMZ - ảnh 1 ປະທານາທິບໍດີອາເມລິກາ ແລະ ການນຳສປປ.ເກົາຫຼີ ພົບປະຢູ່ເຂດ DMZ

(ພາບ: AFP/TTXVN)

ເຫດການດຳເນີນໃນເວລາ 13 ໂມງ 22 ນາທີ (ຕາມເວລາຫວຽດນາມ). ນີ້ແມ່ນການພົບປະຢ່າງເປັນທາງການຄັ້ງທີ 3 ລະຫວ່າງ 2 ຝ່າຍ.

        ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Donald Trump ໄດ້ກ້າວບາດຕີນຜ່ານເສັ້ນຂີດຂັ້ນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ຢູ່ເຂດ DMZ. ການນຳ 2 ທ່ານພ້ອມກັນຍ່າງໄປເຂດຊາຍແດນຝ່າຍສປປ.ເກົາຫຼີ. ເປັນອັນວ່າ, ທ່ານ Donald Trump ໄດ້ກາຍເປັນປະທານາທິບໍດີພວມດຳລົງຕຳແໜ່ງຜູ້ທຳອິດກ້າວບາດຕີນເຂົ້າເຂດຜືນແຜ່ນດິນຂອງສປປ.ເກົາຫຼີ.

        ກ່າວຄຳເຫັນທີ່ການພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump ຢູ່ເຂດ DMZ ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ການນຳສປປ.ເກົາຫຼີ ໄດ້ຖະແຫຼງວ່າ, ຖ້າຫາກທ່ານປະທານາທິບໍດີອາເມລິກາ D.Trump ຢ້ຽມຢາມພຽງຢາງ ໃນໄລຍະຈະມາເຖິງນີ້ຈະແມ່ນກຽດອັນໃຫຍ່ຫຼວງ.

        ກໍ່ທີ່ການພົບປະ, ທ່ານປະທານາທິບໍດີ D.Trump ໄດ້ເຊື້ອເຊີນການນຳສປປ.ເກົາຫຼີ ໄປທຳນຽບຂາວ. ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ທ່ານໄດ້ເຫັນດີກັບການນຳສປປ.ເກົາຫຼີ ຈັດການເຄື່ອນໄຫວເຈລະຈານິວເຄຼຍ ເຊິ່ງຖືກຕົກເຂົ້າສະພາບບໍ່ມີທາງອອກຄືນໃໝ່. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ການນຳ Kim Jong un ອຳລາທ່ານປະທານາທິບໍດີ D.Trump ຢູ່ເຂດຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.

        ການນຳ 2 ທ່ານໄດ້ສິ້ນສຸດການພົບປະທີ່ແກ່ຍາວເປັນເວລາເກືອບ 1 ຊົ່ວໂມງ ຢູ່ເຮືອນເສລີຕັ້ງໃນຜືນແຜ່ນດິນຂອງສ.ເກົາຫຼີ ຢູ່ເຂດ DMZ.

ຕອບກັບ

ຂ່າວ/ບົດ​ອື່ນ