ປະເທດອາເມລິກາອາໄລຫາບັນດາຜູ້ຖືກເຄາະຮ້າຍຈາກບັນດາເຫດການກໍ່ການຮ້າຍວັນທີ 11 ກັນຍາ

(VOVWORLD) -17 ປີພາຍຫຼັງມື້ເກີດບັນດາເຫດການບຸກໂຈມຕີກໍ່ການຮ້າຍຢູ່ປະເທດອາເມລິກາ, ໄດ້ເຮັດໃຫ້ເກືອບ 3.000 ຄົນເສຍຊີວິດ

ປະເທດອາເມລິກາອາໄລຫາບັນດາຜູ້ຖືກເຄາະຮ້າຍຈາກບັນດາເຫດການກໍ່ການຮ້າຍວັນທີ 11 ກັນຍາ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ພ້ອມກັບພັນລະຍາ Melania Trump

(ພາບ: usatoday)

ຕອນເຊົ້າວັນທີ 11 ກັນຍາ, ມີປະຊາຊົນອາເມລິກາ ເປັນຈຳນວນຫຼວງຫຼາຍ ໄດ້ມາເຕົ້າໂຮມກັນຢູ່ສະຖານທີ່ຫຼາຍແຫ່ງເພື່ອທຳພິທີອາໄລຫາບັນດາຜູ້ຖືກເຄາະຮ້າຍ. ທ່ານປະທານາທິບໍດີອາເມລິກາ Donald Trump ພ້ອມກັບພັນລະຍາ Melania Trump ໄດ້ສ້າງຂີດໝາຍ ພາຍຫຼັງ 17 ປີເກີດເຫດກໍ່ການຮ້າຍທີ່ສະຫຍອງຂວັນນັ້ນດ້ວຍການໄປໄວ້ອາໄລຢູ່ເຂດທົ່ງນາຢູ່ເທດສະບານເມືອງ Shanksville, ລັດ Pennsylvania ເພື່ອເຂົ້າຮ່ວມພິທີອາໄລຫາ ທີ່ໄດ້ຈັດຕັ້ງຢູ່ບໍລິເວນທີ່ເຮືອບິນໝາຍເລກ 93 ຕົກ.

        ຢູ່ສູນການຄ້າໂລກ, ນະຄອນນິວຢອກ ແລະ ທຳນຽບ 5 ແຈ, ສຳນັກງານກະຊວງປ້ອງກັນປະເທດອາເມລິກາ ກໍ່ໄດ້ດຳເນີນພິທີອາໄລຫາບັນດາຜູ້ຖືກເສຍຊີວິດຈາກເຫດການກໍ່ການຮ້າຍໃນວັນດຽວກັນ. ຢູ່ເຂດອະນຸສາວະລີແຫ່ງຊາດຂອງຕຶກແຝດ, ມີປະຊາຊົນນັບໝື່ນຄົນໄດ້ເຕົ້າໂຮມກັນກົ້ມຫົວອາໄລຫາຈຸດເວລາທີ່ເຮືອບິນ 2 ລຳຖືກພວກກໍ່ການຮ້າຍຄວບຄຸມຕຳໃສ່ຕຶກແຝດ, ກໍຄືອາໄລຫາຜູ້ເສຍຊີວິດເກືອບ 3.000 ຄົນ.

        ສ່ວນຢູ່ຕະຫຼາດຫຼັກຊັບນິວຢອກ ກໍ່ສະຫງວນ 1 ນາທີເພື່ອກົ້ມຫົວອາໄລຫາໃນຈຸດເວລາ 9 ໂມງ 20 ນາທີ, ໃນຂະນະນັ້ນ, ພະແນກດັບເພີງນະຄອນໄດ້ຕ້ອນຮັບບັນດາຍາດຕິພີ່ນ້ອງບັນດາຜູ້ຖືກເຄາະຮ້າຍ. ຢູ່ທີ່ນີ້ມີພາລະກອນດັບເພີງ 343 ຄົນຖືກເສຍຊີວິດໃນວັນທີ 11 ກັນຍາ 2001.

ຕອບກັບ

ຂ່າວ/ບົດ​ອື່ນ